Good morning. How are you?
ສະບາຍດີ. ພວກທ່ານເປັນແນວໃດແດ່? ຜ່ານມາຄັກຫຼາຍ ແມ່ນບໍ?
(Audience) Good.
It's been great, hasn't it? I've been blown away by the whole thing. In fact, I'm leaving.
ຂ້າພະເຈົ້າເກືອບຫງາຍຍ້ອນສິ່ງທີ່ໄດ້ເກີດຂຶ້ນທັງໝົດ. ອັນທີ່ຈິງ, ຂ້າພະເຈົ້າວ່າຈະກັບດີກວ່າ. (ຫົວ)
(Laughter)
ຜ່ານມາ ມີຢູ່ ສາມ ແກນ, ແມ່ນບໍ່,
There have been three themes running through the conference, which are relevant to what I want to talk about. One is the extraordinary evidence of human creativity in all of the presentations that we've had and in all of the people here; just the variety of it and the range of it. The second is that it's put us in a place where we have no idea what's going to happen in terms of the future. No idea how this may play out.
ທີ່ໄດ້ຜ່ານກອງປະຊຸມ, ເຊິ່ງກ່ຽວພັນ ກັບສິ່ງທີ່ຂ້າພະເຈົ້າຢາກເວົ້າເຖິງ ອັນທີໜຶ່ງແມ່ນຫຼັກຖານອັນອັດສະຈັນ ຂອງຄວາມຄິດສ້າງສັນຂອງມະນຸດຊາດ ໃນບົດສະເໜີທັງໝົດທີ່ພວກເຮົາໄດ້ຟັງຜ່ານມາ ແລະ ຈາກໝົດທຸກຄົນທີ່ຢູ່ທີ່ນີ້. ສະເພາະແຕ່ ຄວາມຫຼາກຫຼາຍ ແລະ ຂອບເຂດ ຂອງມັນ ກໍ່ພໍແຮງແລ້ວ. ອັນທີສອງນັ້ນແມ່ນ ສິ່ງນີ້ ພາເຮົາມາຢູ່ໃນຈຸດທີ່ພວກເຮົາບໍ່ຮູ້ເລີຍວ່າແມ່ນຫຍັງຈະເກີດຂຶ້ນ, ໃນອະນາຄົດ. ບໍ່ຮູ້ເລີຍ ວ່າ ສິ່ງເຫຼົ່ານີ້ຈະຜັນຂະຫຍາຍໄປແນວທາງໃດ.
I have an interest in education. Actually, what I find is, everybody has an interest in education. Don't you? I find this very interesting. If you're at a dinner party, and you say you work in education -- actually, you're not often at dinner parties, frankly.
ຂ້າພະເຈົ້າມີຄວາມສົນໃຈໃນການສຶກສາ - ອັນທີ່ຈິງແລ້ວ, ສິ່ງທີ່ຂ້າພະເຈົ້າເຫັນແມ່ນ ໝົດທຸກຄົນມີສິ່ງທີ່ຕ້ອງສົນໃຈໃນການສຶກສາ. ບໍ່ແມ່ນບໍ? ຂ້າພະເຈົ້າເຫັນວ່າສິ່ງນີ້ເປັນຕາສົນໃຈຫຼາຍ. ຖ້າທ່ານໄປຮ່ວມງານສັງສັນ, ແລະ ເວົ້າວ່າ ທ່ານເຮັດວຽກໃນຂະແໜງສຶກສາ - ອັນທີ່ຈິງ, ທ່ານຈະບໍ່ຄ່ອຍໄດ້ໄປຮ່ວມງານສັງສັນດອກ, ເວົ້າແທ້, ຖ້າທ່ານເຮັດວຽກໃນຂະແໜງສຶກສາ.
(Laughter)
If you work in education, you're not asked.
(ຫົວ) ບໍ່ມີໃຜເຊີນທ່ານດອກ.
(Laughter)
ແລະ ກໍ່ບໍ່ມີໃຜຊວນທ່ານເປັນເທື່ອທີສອງ, ເຊິ່ງມັນກໍ່ແປກ. ຂ້າພະເຈົ້າວ່າມັນປະຫຼາດດີ.
And you're never asked back, curiously. That's strange to me. But if you are, and you say to somebody, you know, they say, "What do you do?" and you say you work in education, you can see the blood run from their face. They're like, "Oh my God. Why me?"
ແຕ່ວ່າຖ້າທ່ານໄດ້ໄປ, ແລະ ບອກໃຜຜູ້ໜຶ່ງວ່າ, ຫັ້ນນ່າ, ເຂົາຖາມວ່າ, “ເຈົ້າເຮັດວຽກຫຍັງ?” ແລ້ວ ທ່ານບອກວ່າທ່ານເຮັດວຽກໃນຂະແໜງສຶກສາ, ທ່ານຊິເຫັນໃບໜ້າຂອງເຂົາປາດສະຈາກສີເລືອດ. ເຂົາຈະເປັນປະມານວ່າ,
(Laughter)
“ຈັ່ງແມ່ນຊາດ,” ຫັ້ນນ່າ, “ເປັນຫຍັງຕ້ອງແມ່ນກູ? ຫາກໍ່ຊິໄດ້ອອກມາສັງສັນກັບໝູ່ເທື່ອທຳອິດໃນອາທິດ.” (ຫົວ)
"My one night out all week."
(Laughter)
ແຕ່ຖ້າທ່ານຫາກຖາມກ່ຽວກັບການສຶກສາຂອງເຂົາ,
But if you ask about their education, they pin you to the wall, because it's one of those things that goes deep with people, am I right? Like religion and money and other things. So I have a big interest in education, and I think we all do. We have a huge vested interest in it, partly because it's education that's meant to take us into this future that we can't grasp. If you think of it, children starting school this year will be retiring in 2065. Nobody has a clue, despite all the expertise that's been on parade for the past four days, what the world will look like in five years' time. And yet, we're meant to be educating them for it. So the unpredictability, I think, is extraordinary.
ເຂົາຈະຈັບທ່ານຕິດຝາ. ເພາະວ່າມັນເປັນສິ່ງໜຶ່ງ ທີ່ລົງເລິກໃນຕົວຄົນເຮົາ, ຂ້າພະເຈົ້າເວົ້າຖືກບໍ? ຄືກັບ ສາດສະໜາ, ເງິນຄຳ ແລະ ສິ່ງອື່ນໆ. ຂ້າພະເຈົ້າມີຄວາມສົນໃຈອັນໃຫຍ່ຫຼວງໃນການສຶກສາ, ແລະ ຄິດວ່າເຮົາທຸກຄົນມີຄືກັນໝົດ. ເຮົາມີສ່ວນໄດ້ສ່ວນເສີຍອັນໃຫຍ່ຫຼວງໃນການສຶກສາ, ສ່ວນໜຶ່ງຍ້ອນວ່າ ມັນແມ່ນການສຶກສານີ້ລະທີ່ຄວນຈະ ພາເຮົາໄປສູ່ອະນາຄົດທີ່ພວກເຮົາບໍ່ສາມາດເຂົ້າໃຈໄດ້. ຖ້າທ່ານລອງຄິດເບິ່ງ, ເດັກນ້ອຍທີ່ເລີ່ມເຂົ້າໂຮງຮຽນປີນີ້ ຈະກິນບຳນານໃນປີ 2065. ບໍ່ມີໃຜຮູ້ - ເຖິງຈະມີຊ່ຽວຊານຕັ້ງຫຼາຍຄົນທີ່ໄດ້ແຫ່ຂະບວນມາໃນໄລຍະ 4 ວັນທີ່ຜ່ານມາ - ວ່າໂລກນີ້ຈະເປັນແນວໃດ ໃນອີກ 5 ປີ. ແຕ່ປານນັ້ນ ພວກເຮົາຍັງພັດ ຕ້ອງໄດ້ໃຫ້ການສຶກສາແກ່ເດັກນ້ອຍເຜື່ອໄວ້. ສະນັ້ນ ການທີ່ບໍ່ສາມາດຄາດເດົາໄດ້ນັ້ນ, ຂ້າພະເຈົ້າຄິດວ່າ, ເປັນສິ່ງທີ່ມະຫັດສະຈັນ.
And the third part of this is that we've all agreed, nonetheless, on the really extraordinary capacities that children have -- their capacities for innovation. I mean, Sirena last night was a marvel, wasn't she? Just seeing what she could do. And she's exceptional, but I think she's not, so to speak, exceptional in the whole of childhood. What you have there is a person of extraordinary dedication who found a talent. And my contention is, all kids have tremendous talents, and we squander them, pretty ruthlessly.
ແລະ ສ່ວນທີສາມ ໃນນີ້ ແມ່ນ ພວກເຮົາທຸກຄົນໄດ້ເຫັນພ້ອມກັນແລ້ວ ເຖິງ ສະມັດຖະນະອັນອັດສະຈັນທີ່ເດັກນ້ອຍມີ - ສະມັດຖະນະເພື່ອການປ່ຽນແປງຂອງເຂົາ. ຂ້າພະເຈົ້າໝາຍເຖິງ, ຊີເຣນາ ມື້ຄືນນີ້ ແມ່ນຄົນທີ່ມະຫັດສະຈັນ, ບໍ່ແມ່ນບໍ? ພຽງແຕ່ເບິ່ງສິ່ງທີ່ລາວສາມາດເຮັດໄດ້. ແລະ ລາວກໍ່ມີຈຸດພິເສດ, ແຕ່ຄັນຊິເວົ້າແລ້ວ ຂ້າພະເຈົ້າຄິດວ່າລາວກໍ່ບໍ່ໄດ້ ພິເສດມາຕັ້ງແຕ່ຍັງນ້ອຍ. ສິ່ງທີ່ທ່ານເຫັນນັ້ນແມ່ນຄົນຜູ້ໜຶ່ງທີ່ອຸທິດຕົນຢ່າງຍິ່ງ ຜູ້ທີ່ພົບກັບພອນສະຫວັນ. ແລະ ຂໍ້ສະເໜີຂອງຂ້າພະເຈົ້າແມ່ນວ່າ ເດັກທຸກຄົນມີພອນສະຫວັນຫຼາຍຫຼວງ. ແລະ ພວກເຮົາກໍ່ສິ້ນເປືອງສິ່ງນີ້ໄປ, ຢ່າງບໍ່ໃສ່ໃຈເລີຍ.
So I want to talk about education, and I want to talk about creativity. My contention is that creativity now is as important in education as literacy, and we should treat it with the same status.
ສະນັ້ນ ຂ້າພະເຈົ້າຢາກເວົ້າກ່ຽວກັບການສຶກສາ ແລະ ຂ້າພະເຈົ້າຢາກເວົ້າກ່ຽວກັບຄວາມຄິດສ້າງສັນ. ຈຸດຢືນຂອງຂ້າພະເຈົ້າແມ່ນວ່າ ຄວາມຄິດສ້າງສັນໃນປະຈຸບັນ ແມ່ນສຳຄັນສຳລັບການສຶກສາທຽບເທົ່າກັບການຮູ້ໜັງສື, ແລະ ພວກເຮົາກໍ່ຄວນປະຕິບັດກັບທັງສອງສິ່ງໃນສະຖານະພາບດຽວກັນ.
(Applause)
(ຕົບມື) ຂອບໃຈ. ມື້ນີ້ກໍ່ມີເທົ່ານີ້ເດີ້.
Thank you.
(Applause)
That was it, by the way. Thank you very much.
ຂອບໃຈຫຼາຍໆ. (ຫົວ) ສະນັ້ນ, ຍັງອີກ 15 ນາທີ.
(Laughter)
So, 15 minutes left.
ອັນ, ຂ້າພະເຈົ້າໄດ້ເກີດທີ່... ບໍ່ແມ່ນ. (ຫົວ)
(Laughter)
"Well, I was born ... "
(Laughter)
ຫວ່າງມໍ່ໆມານີ້ ຂ້າພະເຈົ້າໄດ້ຍິນເລື່ອງດີໆເລື່ອງໜຶ່ງ - ຂ້າພະເຈົ້າມັກເລົ່າເລື່ອງນີ້ໃຫ້ຄົນຟັງ -
I heard a great story recently -- I love telling it -- of a little girl who was in a drawing lesson. She was six, and she was at the back, drawing, and the teacher said this girl hardly ever paid attention, and in this drawing lesson, she did. The teacher was fascinated. She went over to her, and she said, "What are you drawing?" And the girl said, "I'm drawing a picture of God." And the teacher said, "But nobody knows what God looks like." And the girl said, "They will in a minute."
ກ່ຽວກັບເດັກຍິງຜູ້ໜຶ່ງໃນຊົ່ວໂມງຮຽນແຕ້ມຮູບ. ລາວອາຍຸໄດ້ ຫົກ ປີ. ແລະ ລາວນັ່ງຢູ່ຫຼັງສຸດ, ກຳລັງແຕ້ມຢູ່, ແລະ ຄູໄດ້ເວົ້າວ່ານາງນ້ອຍຜູ້ນີ້ບໍ່ຄ່ອຍ ເອົາໃຈໃສ່ໃນໂມງຮຽນ, ແລະ ໃນຊົ່ວໂມງແຕ້ມຮູບແນວນີ້ລາວພັດໃສ່ໃຈ. ນາງຄູຮູ້ສຶກສະຫງົນ ແລະ ເຂົ້າໄປຫານາງນ້ອຍ ແລະ ເວົ້າວ່າ, “ກຳລັງແຕ້ມຫຍັງ?” ແລະ ນາງນ້ອຍເວົ້າວ່າ, “ແຕ້ມຮູບພະເຈົ້າ.” ແລະ ນາງຄູເວົ້າວ່າ, “ແຕ່ບໍ່ມີໃຜຮູ້ໄດ໋ວ່າພະເຈົ້າມີໜ້າຕາເປັນແນວໃດ.” ແລະ ນາງນ້ອຍເວົ້າວ່າ, “ຈັກໜ້ອຍເຂົາຫາກຊິຮູ້.“
(Laughter)
(ຫົວ)
When my son was four in England -- actually, he was four everywhere, to be honest.
ໃນຕອນທີ່ລູກຊາຍຂອງຂ້າພະເຈົ້າໄດ້ ສີ່ ປີ ທີ່ປະເທດອັງກິດ - ອັນທີ່ຈິງ ລາວກໍ່ອາຍຸໄດ້ສີ່ປີຢູ່ທຸກບ່ອນຫັ້ນລະ, ເວົ້າແທ້. (ຫົວ)
(Laughter)
ຖ້າເວົ້າໃຫ້ຖືກແທ້, ບໍ່ວ່າລາວຊິໄດ້ໄປໃສ, ລາວກໍ່ໄດ້ມີອາຍຸ ສີ່ ປີ ໝົດທັງປີນັ້ນລະ.
If we're being strict about it, wherever he went, he was four that year. He was in the Nativity play. Do you remember the story?
ລາວໄດ້ຫຼິ້ນລະຄອນຕອນເກີດຂອງພະເຈົ້າ. ທ່ານຈື່ເນື້ອເລື່ອງໄດ້ບໍ? ບໍ່ຫວາ, ມັນຍິ່ງໃຫຍ່ຂະໜາດ.
(Laughter)
No, it was big, it was a big story. Mel Gibson did the sequel, you may have seen it.
ມັນເປັນເລື່ອງທີ່ຍິ່ງໃຫຍ່. ເມລ ກິບສັນ ຫຼິ້ນພາກຕໍ່ມາ. ທ່ານອາດຈະໄດ້ເບິ່ງແລ້ວ: ເລື່ອງ “Nativity II.” ແຕ່ ເຈມສ ໄດ້ບົດຂອງ ໂຈເຊັຟ,
(Laughter)
"Nativity II." But James got the part of Joseph, which we were thrilled about. We considered this to be one of the lead parts. We had the place crammed full of agents in T-shirts: "James Robinson IS Joseph!" (Laughter) He didn't have to speak, but you know the bit where the three kings come in? They come in bearing gifts, gold, frankincense and myrrh. This really happened. We were sitting there, and I think they just went out of sequence, because we talked to the little boy afterward and said, "You OK with that?" They said, "Yeah, why? Was that wrong?" They just switched. The three boys came in, four-year-olds with tea towels on their heads. They put these boxes down, and the first boy said, "I bring you gold." And the second boy said, "I bring you myrrh." And the third boy said, "Frank sent this."
ເຊິ່ງເຮົາຕື່ນເຕັ້ນຫຼາຍ. ເຮົາຖືວ່າບົດນີ້ເປັນຕົວຫຼັກໜຶ່ງຂອງເລື່ອງ. ໂຮງສະແດງໄດ້ເຕັມແຕ່ຄົນຂອງເຮົາທີ່ໃສ່ເສື້ອທີ່ມີລາຍຕີພິມວ່າ: “ເຈມສ ໂຣບິນສັນ ແມ່ນ ໂຈເຊັຟ!” (ຫົວ) ລາວບໍ່ຕ້ອງເວົ້າຫຍັງໃນເລື່ອງ, ແຕ່ທ່ານຮູ້ຕອນທີ່ ພະລາຊາທັງສາມເຂົ້າມາ. ພວກເຂົານຳຂອງຂວັນມາ, ແລະ ສິ່ງທີ່ພວກເຂົາຖືມາແມ່ນ ຄຳ, ກຳຍານ, ແລະ ຢາງໄມ້ຫອມ. ສິ່ງນີ້ໄດ້ເກີດຂຶ້ນແທ້. ພວກເຮົາກະໄດ້ນັ່ງຢູ່ຫັ້ນລະ ແລະ ຂ້າພະເຈົ້າຄິດວ່າພວກເຂົາໄປຂ້າມຕອນ. ເພາະວ່າເຮົາລົມນຳລູກຊາຍຫຼັງຈົບການສະແດງ ແລະ ເວົ້າວ່າ, “ເຈົ້າບໍ່ເປັນຫຍັງບໍ?” ແລະ ລາວເວົ້າວ່າ, “ໂດຍ, ເປັນຫຍັງ? ມີຫຍັງຜິດໄປ?” ພວກເຂົາປ່ຽນຕົວ, ທໍ່ນັ້ນລະ. ແຕ່ຈັ່ງໃດກໍ່ຕາມ, ເດັກຊາຍ ສາມ ຄົນເຂົ້າມາ - ອາຍຸ ສີ່ ປີ ພ້ອມກັບຜ້າເຊັດມືພັນຫົວ - ແລະ ພວກເຂົາວາງກ່ອງທັງສາມລົງ, ແລະ ເດັກຊາຍຜູ້ທຳອິດເວົ້າວ່າ, “ຂ້ອຍນຳຄຳມາໃຫ້ເຈົ້າ.” ແລະ ເດັກຊາຍຜູ້ທີສອງເວົ້າວ່າ, “ຂ້ອຍນຳກຳຍານມາໃຫ້ເຈົ້າ.”
(Laughter)
ແລະ ເດັກຊາຍຜູ້ທີສາມເວົ້າວ່າ, “ແຟຣງ ສົ່ງອັນນີ້ມາ.” (ຫົວ)
What these things have in common is that kids will take a chance. If they don't know, they'll have a go. Am I right? They're not frightened of being wrong. I don't mean to say that being wrong is the same thing as being creative. What we do know is, if you're not prepared to be wrong, you'll never come up with anything original -- if you're not prepared to be wrong. And by the time they get to be adults, most kids have lost that capacity. They have become frightened of being wrong. And we run our companies like this. We stigmatize mistakes. And we're now running national education systems where mistakes are the worst thing you can make. And the result is that we are educating people out of their creative capacities.
ຈຸດທີ່ຄ້າຍຄືກັນຂອງສອງເລື່ອງນີ້ແມ່ນວ່າ ເດັກນ້ອຍຈະລອງສ່ຽງເບິ່ງ. ຖ້າເຂົາບໍ່ຮູ້, ເຂົາຈະລອງເຮັດເບິ່ງ. ຂ້າພະເຈົ້າເວົ້າແມ່ນບໍ? ພວກເຂົາບໍ່ຢ້ານທີ່ຈະຜິດ. ບາດນີ້, ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າການຜິດ ແມ່ນຄືກັນກັບຄວາມຄິດສ້າງສັນເດີ້. ສິ່ງທີ່ພວກເຮົາຮູ້ແມ່ນ, ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ, ເຈົ້າຈະບໍ່ມີວັນສ້າງສິ່ງທີ່ເປັນຕົ້ນສະບັບຂຶ້ນມາໄດ້. ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ. ແລະ ກວ່າເຂົາຊິກາຍມາເປັນຜູ້ໃຫຍ່, ເດັກສ່ວນຫຼາຍໄດ້ສູນເສີຍສະມັດຖະພາບດ້ານນີ້ໄປແລ້ວ. ພວກເຂົາໄດ້ກາຍມາເປັນຄົນທີ່ຢ້ານກົວການຜິດ. ແລະ ພວກເຮົາກໍ່ບໍລິຫານບໍລິສັດທັງຫຼາຍໃນລັກສະນະນີ້, ພວກທ່ານ. ເຮົາປະນາມການຜິດພາດ ແລະ ພວກເຮົາກໍ່ກຳລັງບໍລິຫານ ລະບົບການສຶກສາແຫ່ງຊາດທີ່ຖືວ່າ ຄວາມຜິດພາດແມ່ນສິ່ງທີ່ເຮວຮ້າຍທີ່ສຸດທີ່ເຈົ້າຈະສາມາດເຮັດໄດ້. ແລະ ຜົນໄດ້ຮັບກໍ່ແມ່ນວ່າ ພວກເຮົາກຳລັງສຶກສາຄົນໃຫ້ພົ້ນຈາກ ສະມັດຖະພາບໃນການສ້າງສັນ. ປີກັດໂຊ ເຄີຍໄດ້ເວົ້າແລ້ວ.
Picasso once said this, he said that all children are born artists. The problem is to remain an artist as we grow up. I believe this passionately, that we don't grow into creativity, we grow out of it. Or rather, we get educated out of it. So why is this?
ລາວເວົ້າວ່າ ເດັກທຸກຄົນເກີດມາເປັນນັກສິລະປະໝົດ. ບັນຫາແມ່ນ ເຮັດແນວໃດເຮົາຈຶ່ງຊິຍັງເປັນນັກສິລະປະຢູ່ເມື່ອໃຫຍ່ຂຶ້ນມາ. ຂ້າພະເຈົ້າເຊື່ອໃນສິ່ງນີ້ຢ່າງຮຸນແຮງ, ວ່າພວກເຮົາບໍ່ໄດ້ໃຫຍ່ຂຶ້ນມາສູ່ຄວາມຄິດສ້າງສັນ, ພວກເຮົາໃຫຍ່ອອກຈາກມັນ. ຫຼື ອີກໃນໜຶ່ງ, ພວກເຮົາໄດ້ຮັບການສຶກສາໃຫ້ພົ້ນຈາກມັນ. ສະນັ້ນ ເປັນຫຍັງຈິ່ງເປັນແນວນີ້? ຂ້າພະເຈົ້າເຄີຍອາໄສຢູ່ ສແຕຣດຝອດ ອອນ ອາວອນ ຈົນເຖິງປະມານ ຫ້າ ປີ ກ່ອນ.
I lived in Stratford-on-Avon until about five years ago. In fact, we moved from Stratford to Los Angeles. So you can imagine what a seamless transition this was.
ອັນທີ່ຈິງ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ. ສະນັ້ນ ທ່ານຄືຊິຈິນຕະນາການອອກວ່າມັນເປັນການປ່ຽນແປງທີ່ປາສະຈາກຂໍ້ຂັດຂ້ອງຂະໜາດໃດ. (ຫົວ) ອັນທີ່ຈິງແລ້ວ,
(Laughter)
Actually, we lived in a place called Snitterfield, just outside Stratford, which is where Shakespeare's father was born. Are you struck by a new thought? I was. You don't think of Shakespeare having a father, do you? Do you? Because you don't think of Shakespeare being a child, do you? Shakespeare being seven? I never thought of it. I mean, he was seven at some point. He was in somebody's English class, wasn't he?
ພວກເຮົາເຄີຍອາໄສຢູ່ບ່ອນທີ່ເອີ້ນວ່າ ສນິດເຕິຟີລດ, ຢູ່ນອກຂອງ ສແຕຣດຝອດ ໜ້ອຍໜຶ່ງ, ເຊິ່ງເປັນບ່ອນເກີດ ຂອງພໍ່ ຂອງ ເຊັກສເປຍ. ທ່ານມີຄວາມຄິດອັນໃໝ່ເຂົ້າມາໃນຫົວບໍ? ຂ້າພະເຈົ້າມີ. ທ່ານບໍ່ຄິດຫາພໍ່ຂອງ ເຊັກສເປຍ, ແມ່ນບໍ? ທ່ານຄິດບໍ? ເພາະທ່ານບໍ່ຄິດຫາ ເຊັກສເປຍ ຕອນເປັນເດັກນ້ອຍ, ແມ່ນບໍ? ເຊັກສເປຍ ຕອນມີອາຍຸ ເຈັດ ປີ ແມ່ນບໍ? ຂ້າພະເຈົ້າບໍ່ເຄີຍຄິດກ່ຽວກັບອັນນີ້ມາກ່ອນ. ຂ້າພະເຈົ້າໝາຍຄວາມວ່າ, ລາວເຄີຍ ມີອາຍຸໄດ້ ເຈັດ ປີ ໃນຄັ້ງໜຶ່ງ. ລາວເຄີຍ ເຂົ້າຮຽນໃນຊົ່ວໂມງພາສາອັງກິດ ຂອງໃຜຜູ້ໜຶ່ງ, ແມ່ນບໍ? ເຈົ້າຄິດວ່າມັນຊິເປັນຕາລຳຄານຂະໜາດໃດ?
(Laughter)
How annoying would that be?
(ຫົວ) “ຕ້ອງພະຍາຍາມໜັກກວ່ານີ້.” ຖືກພໍ່ບອກໃຫ້ໄປນອນ, ທ່ານຄິດເບິ່ງ,
(Laughter)
"Must try harder."
(Laughter)
Being sent to bed by his dad, to Shakespeare, "Go to bed, now!" To William Shakespeare. "And put the pencil down!"
ບອກ ເຊັກສເປຍ, “ໄປນອນ, ດຽວນີ້,” ບອກ ວິລລຽມ ເຊັກສເປຍ, “ແລະ ກໍ່ວາງສໍລົງໄດ້ແລ້ວ. ແລະ ກໍ່ເຊົາເວົ້າແບບນັ້ນ. ມັນເຮັດໃຫ້ໝົດທຸກຄົນສັບສົນ.”
(Laughter)
"And stop speaking like that."
(Laughter)
"It's confusing everybody."
(ຫົວ)
(Laughter)
ຈັ່ງໃດກໍ່ຢ່າ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ,
Anyway, we moved from Stratford to Los Angeles, and I just want to say a word about the transition. Actually, my son didn't want to come. I've got two kids; he's 21 now, my daughter's 16. He didn't want to come to Los Angeles. He loved it, but he had a girlfriend in England. This was the love of his life, Sarah. He'd known her for a month.
ແລະ ອັນທີ່ຈິງ ຂ້າພະເຈົ້າກໍ່ຢາກເວົ້າເຖິງການຍົກຍ້າຍໜ້ອຍໜຶ່ງ. ລູກຊາຍຂ້າພະເຈົ້າບໍ່ໄດ້ຢາກມານຳ. ຂ້າພະເຈົ້າມີລູກສອງຄົນ. ລູກຊາຍ ອາຍຸ 21 ປີ ແລ້ວດຽວນີ້; ລູກສາວ ແມ່ນ 16. ລູກຊາຍບໍ່ໄດ້ຢາກມາ ລອສ ແອງເຈລິສ. ລາວມັກມັນຫຼາຍ, ແຕ່ວ່າລາວໄດ້ເພື່ອນຍິງຢູ່ອັງກິດ. ນາງແມ່ນຮັກແຫ່ງຊີວິດຂອງລາວ, ນາງ ຊາຣາ. ລາວໄດ້ຮູ້ຈັກນາງເປັນເວລາໜຶ່ງເດືອນ. ເຖິງແນວນັ້ນ, ເຂົາເຈົ້າໄດ້ສະຫຼອງວັນຄົບຮອບເທື່ອທີ ສີ່,
(Laughter)
Mind you, they'd had their fourth anniversary, because it's a long time when you're 16. He was really upset on the plane. He said, "I'll never find another girl like Sarah." And we were rather pleased about that, frankly --
ເພາະວ່າມັນເປັນເວລາທີ່ຍາວນານ ຕອນທີ່ເຈົ້າອາຍຸພຽງແຕ່ 16 ປີ. ຈັ່ງໃດກໍ່ຕາມ, ລາວຜິດໃຈຢ່າງແຮງໃນຂະນະທີ່ຢູ່ເທິງຍົນ, ແລະ ລາວເວົ້າວ່າ, “ລູກຈະບໍ່ໄດ້ພົບຄົນທີ່ຄື ຊາຣາ ອີກ.” ແລະ ພວກເຮົາກໍ່ຮູ້ສຶກໂລ່ງໃຈກ່ຽວກັບສິ່ງນີ້ຢູ່, ເວົ້າແທ້, ເພາະນາງແມ່ນເຫດຜົນຫຼັກຂອງການຍົກຍ້າຍອອກຈາກປະເທດຂອງພວກເຮົາ.
(Laughter)
because she was the main reason we were leaving the country.
(ຫົວ)
(Laughter)
ແຕ່ບາງຢ່າງກະທົບເຈົ້າ ເມື່ອເຈົ້າຍ້າຍມາ ອາເມຣິກາ
But something strikes you when you move to America and travel around the world: every education system on earth has the same hierarchy of subjects. Every one. Doesn't matter where you go. You'd think it would be otherwise, but it isn't. At the top are mathematics and languages, then the humanities. At the bottom are the arts. Everywhere on earth. And in pretty much every system, too, there's a hierarchy within the arts. Art and music are normally given a higher status in schools than drama and dance. There isn't an education system on the planet that teaches dance every day to children the way we teach them mathematics. Why? Why not? I think this is rather important. I think math is very important, but so is dance. Children dance all the time if they're allowed to, we all do. We all have bodies, don't we? Did I miss a meeting?
ແລະ ເມື່ອເຈົ້າທ່ອງທ່ຽວໄປທົ່ວໂລກ: ລະບົບການສຶກສາທຸກບ່ອນໃນໂລກນີ້ ມີລຳດັບຊັ້ນຂອງວິຊາຮຽນອັນດຽວກັນໝົດ. ໝົດທຸກບ່ອນ. ບໍ່ວ່າເຈົ້າຈະໄປບ່ອນໃດ. ເຈົ້າອາດຈະຄິດວ່າມັນຊິບໍ່ເປັນແນວນັ້ນ, ແຕ່ບໍ່ແມ່ນ. ຢູ່ສູງກວ່າໝູ່ໝົດແມ່ນ ເລກ ແລະ ພາສາ, ຕໍ່ມາແມ່ນ ສັງຄົມ, ແລະ ຢູ່ລຸ່ມສຸດ ແມ່ນສີລະປະ. ທຸກບ່ອນໃນໂລກນີ້. ແລະ ກໍ່ເກືອບວ່າໃນທຸກລະບົບອີກ, ຍັງມີລຳດັບຊັ້ນພາຍໃນສາຂາສີລະປະອີກ. ໃນໂຮງຮຽນ ການວາດແຕ້ມ ແລະ ດົນຕີ ແມ່ນໄດ້ຮັບສະຖານະທີ່ສູງ ກວ່າ ການສະແດງ ແລະ ເຕັ້ນ. ບໍ່ມີລະບົບການສຶກສາບ່ອນໃດໃນໂລກນີ້ ທີ່ສອນເຕັ້ນໃຫ້ກັບເດັກນ້ອຍທຸກໆມື້ ໃນລັກສະນະທີ່ເຮົາສອນເລກ. ເປັນຫຍັງ? ເປັນຫຍັງຈິ່ງບໍ່ເຮັດຕ່າງ? ຂ້າພະເຈົ້າຄິດວ່າອັນນີ້ອ່າວສຳຄັນ. ຂ້າພະເຈົ້າຄິດວ່າ ເລກ ສຳຄັນຫຼາຍ, ແຕ່ ການເຕັ້ນ ກໍ່ສຳຄັນຄືກັນ. ເດັກນ້ອຍເຕັ້ນຢູ່ຕະຫຼອດເວລາ ຖ້າເຂົາໄດ້ຮັບອະນຸຍາດ, ພວກເຮົາທຸກຄົນຄືກັນ. ເຮົາຕ່າງກໍ່ມີຮ່າງກາຍ, ບໍ່ແມ່ນບໍ? ຂ້າພະເຈົ້າໄດ້ຂາດກອງປະຊຸມອັນໃດອັນໜຶ່ງບໍ? (ຫົວ) ຄວາມຈິງແລ້ວ ສິ່ງທີ່ເກີດຂຶ້ນແມ່ນ
(Laughter)
Truthfully, what happens is, as children grow up, we start to educate them progressively from the waist up. And then we focus on their heads. And slightly to one side.
ເມື່ອເດັກໃຫຍ່ຂຶ້ນ, ພວກເຮົາເລີ່ມສຶກສາພວກເຂົາ ຈາກແອວຂຶ້ນໄປເລື້ອຍໆ. ແລະ ບາດແລ້ວເຮົາກໍ່ສຸມໃສ່ແຕ່ຫົວຂອງເຂົາ. ແລະ ກໍ່ອຽງໄປຫາຂ້າງດຽວ. ຖ້າທ່ານຫາກຊິໄປຢ້ຽມການສຶກສາ, ໃນຖານະຂອງມະນຸດຕ່າງດາວ,
If you were to visit education as an alien and say "What's it for, public education?" I think you'd have to conclude, if you look at the output, who really succeeds by this, who does everything they should, who gets all the brownie points, who are the winners -- I think you'd have to conclude the whole purpose of public education throughout the world is to produce university professors. Isn't it? They're the people who come out the top. And I used to be one, so there.
ແລະ ເວົ້າວ່າ “ມັນແມ່ນສຳລັບຫຍັງ, ອັນການສຶກສານີ້ນ່າ?” ຂ້າພະເຈົ້າຄິດວ່າທ່ານຄືຊິຕ້ອງສະຫຼຸບ - ຖ້າທ່ານເບິ່ງຈາກຜົນໄດ້ຮັບ, ຈາກຄົນທີ່ປະສົບຜົນສຳເລັດຈາກລະບົບນີ້, ຈາກຄົນທີ່ເຮັດທຸກສິ່ງທີ່ເຂົາຄວນເຮັດ, ຈາກຄົນທີ່ໄດ້ຄະແນນດີ, ຄົນທີ່ເປັນຜູ້ຊະນະ - ຂ້າພະເຈົ້າຄິດວ່າທ່ານຄືຊິສະຫຼຸບວ່າຈຸດປະສົງທັງໝົດທັງມວນຂອງການສຶກສາ ໃນທົ່ວໂລກ ແມ່ນເພື່ອຜະລິດສາດສະດາຈານມະຫາວິທະຍາໄລ. ບໍ່ແມ່ນບໍ? ພວກເຂົາແມ່ນຄົນທີ່ອອກມາຢູ່ໃນຫົວແຖວ. ແລະ ຂ້າພະເຈົ້າກໍ່ເຄີຍເປັນສາດສະດາຈານ, ສະນັ້ນ ເຫັນບໍ່. (ຫົວ)
(Laughter)
ແລະ ຂ້າພະເຈົ້າກໍ່ມັກສາດສະດາຈານມະຫາວິທະຍາໄລ, ແຕ່ທ່ານຮູ້ບໍ່,
And I like university professors, but, you know, we shouldn't hold them up as the high-water mark of all human achievement. They're just a form of life. Another form of life. But they're rather curious. And I say this out of affection for them: there's something curious about professors. In my experience -- not all of them, but typically -- they live in their heads. They live up there and slightly to one side. They're disembodied, you know, in a kind of literal way. They look upon their body as a form of transport for their heads.
ເຮົາບໍ່ຄວນຖືເຂົາເຈົ້າເປັນຕົວຢ່າງອັນສູງຂອງຜົນສຳເລັດຂອງມະນຸດຊາດ. ພວກເຂົາເປັນພຽງແຕ່ຮູບຮ່າງຊີວະສາດອັນໜຶ່ງ, ຊີວິດຮູບລັກໜຶ່ງ. ແຕ່ພວກເຂົາກໍ່ເປັນຕາສະຫງົນ, ແລະ ຂ້າພະເຈົ້າເວົ້າສິ່ງນີ້ຈາກຄວາມຮູ້ສຶກຕໍ່ພວກເຂົາແທ້ໆ. ມັນມີຫຍັງແປກໆກ່ຽວກັບສາດສະດາຈານ ຕາມປະສົບການຂອງຂ້າພະເຈົ້ານ່ະ - ບໍ່ແມ່ນໝົດທຸກຄົນດອກ, ແຕ່ຕາມແບບແລ້ວ - ເຂົາເຈົ້າອາໄສຢູ່ໃນຫົວຂອງເຂົາເອງ. ພວກເຂົາອາໄສຢູ່ເທິງພຸ້ນ, ແລະ ມໍ່ໄປທາງຂ້າງໜຶ່ງ. ພວກເຂົາແຍກອອກຈາກຮ່າງໄດ້, ທ່ານຄິດອອກບໍ່, ເກືອບຊິວ່າແນວນັ້ນພຸ້ນລະ. ພວກເຂົາມອງເບິ່ງຮ່າງກາຍຂອງເຂົາ ເປັນຄືເຄື່ອງມືໃນການເດີນທາງອັນໜຶ່ງສຳລັບຫົວຂອງພວກເຂົາ. ບໍ່ແມ່ນຫວາ?
(Laughter)
Don't they? It's a way of getting their head to meetings.
(ຫົວ) ມັນເປັນວິທີໜຶ່ງໃນການພາຫົວຂອງພວກເຂົາໄປປະຊຸມ.
(Laughter)
ຖ້າທ່ານຢາກໄດ້ຫຼັກຖານຕົວຈິງຂອງປະສົບການແຍກອອກຈາກຮ່າງ,
If you want real evidence of out-of-body experiences, by the way, get yourself along to a residential conference of senior academics and pop into the discotheque on the final night.
ແລ້ວ, ທ່ານລອງໄປເບິ່ງກອງປະຊຸມສຳມະນາໃກ້ຊິດ ຂອງບັນດາສາດສະດາຈານອາວຸໂສ, ແລ້ວ ແວ່ເຂົ້າໄປເບິ່ງດີສໂກ້ເທັກ ໃນຄືນສຸດທ້າຍຂອງການສຳມະນາ.
(Laughter)
(ຫົວ) ແລ້ວ ທ່ານຊິເຫັນ - ຜູ້ໃຫຍ່ ທັງ ຊາຍ ແລະ ຍິງ
And there, you will see it. Grown men and women writhing uncontrollably, off the beat.
ທີ່ກຳລັງສັ່ນແຂນຂາແບບບັງຄັບບໍ່ໄດ້, ອອກຈັງຫວະດົນຕີ,
(Laughter)
ລໍຖ້າໃຫ້ມັນຈົບຄືນເພື່ອຊິໄດ້ເອົາໄປຂຽນເປັນບົດ.
Waiting until it ends, so they can go home and write a paper about it.
ບາດນີ້ ລະບົບການສຶກສາຂອງພວກເຮົາແມ່ນໄດ້ຢືນຢູ່ບົນພື້ນຖານຂອງແນວຄວາມຄິດຂອງຄວາມສາມາດທາງວິຊາການ.
(Laughter)
Our education system is predicated on the idea of academic ability. And there's a reason. Around the world, there were no public systems of education, really, before the 19th century. They all came into being to meet the needs of industrialism. So the hierarchy is rooted on two ideas.
ແລະ ມັນກໍ່ມີເຫດຜົນ. ລະບົບທັງໝົດແມ່ນໄດ້ຖືກສ້າງຂຶ້ນ - ໃນທົ່ວໂລກ, ແຕ່ກ່ອນ ບໍ່ມີລະບົບການສຶກສາສຳລັບມວນຊົນ, ເວົ້າແທ້, ກ່ອນສັດຕະວັດທີ 19. ມັນກາຍມາເປັນຮູບເປັນຮ່າງ ເພື່ອສະໜອງໃຫ້ກັບຄວາມຕ້ອງການຂອງລັດທິອຸດສາຫະກຳ. ສະນັ້ນ ລຳດັບຊັ້ນທີ່ໄດ້ກ່າວມາ ກໍ່ມີຮາກຖານມາຈາກແນວຄວາມຄິດສອງຢ່າງ.
Number one, that the most useful subjects for work are at the top. So you were probably steered benignly away from things at school when you were a kid, things you liked, on the grounds you would never get a job doing that. Is that right? "Don't do music, you're not going to be a musician; don't do art, you won't be an artist." Benign advice -- now, profoundly mistaken. The whole world is engulfed in a revolution.
ອັນທີໜຶ່ງ, ແມ່ນວິຊາທີ່ເປັນປະໂຫຍດທີ່ສຸດສຳລັບການເຮັດວຽກ ແມ່ນຢູ່ສູງສຸດ. ສະນັ້ນ ທ່ານຄົງຈະໄດ້ຖືກຈູງອອກໃຫ້ຫ່າງຈາກ ສິ່ງໃນໂຮງຮຽນໃນຕອນທີ່ທ່ານຍັງນ້ອຍ, ສິ່ງທີ່ທ່ານມັກ, ບົນພື້ນຖານທີ່ວ່າທ່ານຈະ ບໍ່ມີມື້ໄດ້ວຽກຍ້ອນການເຮັດສິ່ງນັ້ນ. ແມ່ນບໍ? ບໍ່ຕ້ອງຮຽນດົນຕີ, ເຈົ້າຈະບໍ່ໄດ້ເປັນນັກດົນຕີດອກ; ບໍ່ຕ້ອງຮຽນແຕ້ມ, ເຈົ້າຊິບໍ່ໄດ້ເປັນນັກແຕ້ມດອກ. ຄຳແນະນຳທີ່ຫວັງດີ - ບາດນີ້, ເປັນສິ່ງຜິດພາດຢ່າງຍິ່ງ. ໂລກໜ່ວຍນີ້ ຖືກຄອບຄຸມດ້ວຍການປະຕິວັດ.
And the second is academic ability, which has really come to dominate our view of intelligence, because the universities design the system in their image. If you think of it, the whole system of public education around the world is a protracted process of university entrance. And the consequence is that many highly talented, brilliant, creative people think they're not, because the thing they were good at at school wasn't valued, or was actually stigmatized. And I think we can't afford to go on that way.
ແລະ ອັນທີສອງ ແມ່ນຄວາມສາມາດທາງວິຊາການ, ເຊິ່ງໄດ້ກາຍມາຄອບງຳ ມຸມມອງຂອງເຮົາຕໍ່ກັບຄວາມສະຫຼາດ, ເພາະວ່າມະຫາວິທະຍາໄລ ໄດ້ອອກແບບລະບົບທີ່ສະທ້ອນຮູບລັກຂອງມັນເອງ. ຖ້າທ່ານຄິດເບິ່ງ, ລະບົບທັງໝົດ ຂອງການສຶກສາມວນຊົນທົ່ວໂລກແມ່ນຂະບວນການຂະຫຍາຍຕົວ ຂອງການເຂົ້າມະຫາວິທະຍາໄລ. ແລະ ຜົນໄດ້ຮັບກໍ່ແມ່ນວ່າຫຼາຍຄົນທີ່ມີແວວສູງ, ຫຼັກແຫຼມ, ສ້າງສັນ ຄິດວ່າເຂົາເຈົ້າບໍ່ໄດ້ເປັນແນວນັ້ນ, ຍ້ອນວ່າສິ່ງທີ່ເຂົາເກ່ງຢູ່ໃນໂຮງຮຽນ ບໍ່ໄດ້ມີຄ່າ, ຫຼື ເປັນສິ່ງທີ່ຖືກປະນາມ. ແລະ ຂ້າພະເຈົ້າຄິດວ່າພວກເຮົາບໍ່ສາມາດສືບຕໍ່ໄປໃນທາງນີ້ໄດ້ອີກ.
In the next 30 years, according to UNESCO, more people worldwide will be graduating through education than since the beginning of history. More people. And it's the combination of all the things we've talked about: technology and its transformational effect on work, and demography and the huge explosion in population.
ໃນ 30 ປີ ຕໍ່ໜ້າ, ອີງຕາມອົງການ UNESCO, ຈະມີຄົນທົ່ວໂລກທີ່ຈະຈົບ ຈາກການສຶກສາຫຼາຍກວ່າທີ່ເຄີຍມີມາໃນປະຫວັດສາດ. ຫຼາຍຄົນ, ແລະ ມັນກໍ່ແມ່ນສ່ວນປະກອບ ຂອງທຸກສິ່ງທີ່ເຮົາໄດ້ເວົ້າກັນມາ - ເຕັກໂນໂລຢິ ແລະ ຜົນການປ່ຽນແປງຂອງມັນ ຕໍ່ກັບການເຮັດວຽກ, ແລະ ການສຶກສາກ່ຽວກັບປະຊາກອນ ແລະ ການຂະຫຍາຍຕົວອັນໄວວາຂອງປະຊາກອນ.
Suddenly, degrees aren't worth anything. Isn't that true? When I was a student, if you had a degree, you had a job. If you didn't have a job, it's because you didn't want one. And I didn't want one, frankly.
ທັນໃດ, ໃບປະກາດບໍ່ໄດ້ມີຄ່າຫຍັງໝົດອີກ. ບໍ່ແມ່ນບໍ? ຕອນທີ່່ຂ້າພະເຈົ້າເປັນນັກສຶກສາ, ຖ້າເຈົ້າໄດ້ໃບປະກາດ, ເຈົ້າໄດ້ວຽກ. ຖ້າເຈົ້າບໍ່ມີວຽກ ມັນແມ່ນຍ້ອນວ່າເຈົ້າບໍ່ຢາກໄດ້. ແລະ ຂ້າພະເຈົ້າກໍ່ບໍ່ໄດ້ຢາກໄດ້ວຽກດອກ, ເວົ້າແທ້. (ຫົວ) ແຕ່ດຽວນີ້ ເດັກທີ່ມີໃບປະກາດສ່ວນຫຼາຍ
(Laughter)
But now kids with degrees are often heading home to carry on playing video games, because you need an MA where the previous job required a BA, and now you need a PhD for the other. It's a process of academic inflation. And it indicates the whole structure of education is shifting beneath our feet. We need to radically rethink our view of intelligence.
ກັບເມືອເຮືອນເພື່ອໄປສືບຕໍ່ຫຼິ້ນ ວີດີໂອ ເກມ, ເພາະວ່າເຈົ້າຕ້ອງໄດ້ປະລິນຍາໂທເພື່ອເຮັດວຽກທີ່ແຕ່ກ່ອນຕ້ອງການແຕ່ປະລິນຍາຕີ, ແລະ ດຽວນີ້ເຈົ້າກໍ່ຕ້ອງໄດ້ມີປະລິນຍາເອກເພື່ອເຮັດວຽກຂອງໂທ. ມັນແມ່ນຂະບວນການຂອງ ວິຊາການເຟີ້. ແລະ ມັນບົ່ງບອກເຖິງໂຄງສ້າງຂອງການສຶກສາທັງໝົດ ທີ່ກຳລັງເຄື່ອນຍ້າຍພາຍໃຕ້ແຕ່ລະບາດກ້າວຂອງເຮົາ. ພວກເຮົາຕ້ອງໄດ້ຄິດໃໝ່ກ່ຽວກັບພື້ນຖານ ຂອງມຸມມອງຂອງເຮົາກ່ຽວກັບຄວາມສະຫຼາດ.
We know three things about intelligence. One, it's diverse. We think about the world in all the ways that we experience it. We think visually, we think in sound, we think kinesthetically. We think in abstract terms, we think in movement. Secondly, intelligence is dynamic. If you look at the interactions of a human brain, as we heard yesterday from a number of presentations, intelligence is wonderfully interactive. The brain isn't divided into compartments. In fact, creativity -- which I define as the process of having original ideas that have value -- more often than not comes about through the interaction of different disciplinary ways of seeing things.
ພວກເຮົາຮູ້ຢູ່ ສາມ ຢ່າງ ກ່ຽວກັບຄວາມສະຫຼາດ. ອັນທີໜຶ່ງ, ມັນຫຼາກຫຼາຍ. ເຮົາຄິດກ່ຽວກັບໂລກນີ້ໃນທາງ ທີ່ພວກເຮົາໄດ້ປະສົບກັບມັນ. ເຮົາຄິດເປັນພາບ, ເຮົາຄິດເປັນສຽງ, ເຮົາຄິດແບບເປີດຮັບ. ເຮົາຄິດແບບນາມມະທຳ, ເຮົາຄິດແບບເຄື່ອນໄຫວ. ອັນທີສອງ, ຄວາມສະຫຼາດມີການເຄື່ອນທີ່. ຖ້າພວກທ່ານເບິ່ງຈາກການພົວພັນຂອງສະໝອງຂອງຄົນ, ດັ່ງທີ່ເຮົາໄດ້ຍິນ ມື້ວານນີ້ ຈາກບົດສະເໜີຫຼາຍບົດ, ຄວາມສະຫຼາດ ແມ່ນມີການພົວພັນແລກປ່ຽນກັນຢ່າງມະຫັດສະຈັນ. ສະໝອງບໍ່ໄດ້ຖືກແບ່ງອອກເປັນຫ້ອງ. ອັນທີ່ຈິງ, ຄວາມຄິດສ້າງສັນ - ເຊິ່ງຂ້າພະເຈົ້ານິຍາມວ່າເປັນຂະບວນການ ຂອງການມີແນວຄວາມຄິດທີ່ເປັນເອກກະລັກ ທີ່ມີຄ່າ - ສ່ວນຫຼາຍໄດ້ມາຈາກການພົວພັນແລກປ່ຽນ ລະຫວ່າງການສັງເກດສິ່ງຕ່າງໆດ້ວຍຫຼັກວິທີການຫຼາຍແບບທີ່ແຕກຕ່າງກັນ.
By the way, there's a shaft of nerves that joins the two halves of the brain, called the corpus callosum. It's thicker in women. Following off from Helen yesterday, this is probably why women are better at multitasking. Because you are, aren't you? There's a raft of research, but I know it from my personal life. If my wife is cooking a meal at home, which is not often ... thankfully.
ສະໝອງແມ່ນມີເຈດຕະນາ - ອີກປະການໜຶ່ງ, ມີເສັ້ນປະສາດສາຍໜຶ່ງທີ່ເຊື່ອມຕໍ່ສະໝອງທັງສອງຂ້າງ ເອີ້ນວ່າ ຄໍປັສ ຄາລອສຊຳ. ສິ່ງນີ້ຈະມີຄວາມໜາ ກວ່າໃນສະໝອງຂອງແມ່ຍິງ. ສືບຕໍ່ຈາກ ເຮເລັນ ມື້ວານນີ້, ຂ້າພະເຈົ້າຄິດວ່າ ສິ່ງນີ້ອາດແມ່ນເຫດຜົນທີ່ແມ່ຍິງເກ່ງກວ່າໃນການເຮັດວຽກຫຼາຍອັນພ້ອມກັນ. ເພາະວ່າພວກທ່ານເກ່ງກວ່າແທ້, ບໍ່ແມ່ນບໍ? ມີການຄົ້ນຄວ້າເປັນແພ, ແຕ່ຂ້າພະເຈົ້າຮູ້ຈາກປະສົບການຊີວິດສ່ວນຕົວ. ຖ້າເມຍຂ້າພະເຈົ້າຫາກກຳລັງແຕ່ງກິນຢູ່ເຮືອນ - ເຊິ່ງໄຄແຕ່ ບໍ່ເລື້ອຍປານໃດ. (ຫົວ) ແຕ່ທ່ານກໍ່ຮູ້, ລາວກຳລັງເຮັດ - ບໍ່ແມ່ນ, ລາວເຮັດໄດ້ດີໃນບາງສິ່ງ -
(Laughter)
ແຕ່ຖ້າລາວກຳລັງເຮັດກິນ, ຫັ້ນລະ,
No, she's good at some things. But if she's cooking, she's dealing with people on the phone, she's talking to the kids, she's painting the ceiling --
ແມ່ນ ລາວກຳລັງລົມໂທລະສັບນຳ, ລາວກຳລັງລົມກັບລູກນຳ, ລາວກຳລັງທາສີເພດານເຮືອນນຳ,
(Laughter)
ລາວກຳລັງປາດຫົວໃຈນຳ.
she's doing open-heart surgery over here. If I'm cooking, the door is shut, the kids are out, the phone's on the hook, if she comes in, I get annoyed. I say, "Terry, please, I'm trying to fry an egg in here."
ຖ້າແມ່ນຂ້າພະເຈົ້າເຮັດກິນ, ປະຕູຕ້ອງປິດ, ລູກຕ້ອງຢູ່ນອກ, ໂທລະສັບແມ່ນແຂວນໄວ້ຢູ່ບ່ອນຂອງມັນ, ຖ້າລາວເຂົ້າມາຂ້າພະເຈົ້າຈະອາລົມເສຍ. ຂ້າພະເຈົ້າຈະເວົ້າວ່າ, “ເທີຣີ່, ຂໍຮ້ອງ, ຂ້ອຍກຳລັງຈືນໄຂ່ຢູ່ໃນໜີ້. ໃຫ້ເວລາຂ້ອຍແດ່.” (ຫົວ)
(Laughter)
"Give me a break."
(Laughter)
ອັນທີ່ຈິງ, ທ່ານຮູ້ສຳນວນປັດຊະຍາເກົ່າອັນໜຶ່ງບໍ່,
Actually, do you know that old philosophical thing, "If a tree falls in a forest, and nobody hears it, did it happen?" Remember that old chestnut? I saw a great T-shirt recently, which said, "If a man speaks his mind in a forest, and no woman hears him, is he still wrong?"
ຖ້າຕົ້ນໄມ້ລົ້ມໃນປ່າ ແລະ ບໍ່ມີໃຜໄດ້ຍິນ, ແມ່ນມັນໄດ້ເກີດຂຶ້ນແທ້ບໍ? ຈື່ຕົ້ນຖົ່ວຕົ້ນນັ້ນໄດ້ບໍ? ຂ້າພະເຈົ້າໄດ້ເຫັນເສື້ອຢືດຄັກໆອັນໜຶ່ງໃນມໍ່ໆນີ້ ທີ່ຂຽນວ່າ, “ຖ້າຊາຍຜູ້ໜຶ່ງຫາກເວົ້າຄວາມຄິດແທ້ໆຂອງລາວ ຢູ່ໃນປ່າ, ແລະ ບໍ່ມີແມ່ຍິງຄົນໃດໄດ້ຍິນລາວ, ລາວກໍ່ຍັງຈະຜິດບໍ?” (ຫົວ)
(Laughter)
And the third thing about intelligence is, it's distinct. I'm doing a new book at the moment called "Epiphany," which is based on a series of interviews with people about how they discovered their talent. I'm fascinated by how people got to be there. It's really prompted by a conversation I had with a wonderful woman who maybe most people have never heard of, Gillian Lynne. Have you heard of her? Some have. She's a choreographer, and everybody knows her work. She did "Cats" and "Phantom of the Opera." She's wonderful. I used to be on the board of The Royal Ballet, as you can see.
ແລະ ອັນທີສາມ ກ່ຽວກັບຄວາມສະຫຼາດ ແມ່ນ, ມັນແຕກຕ່າງ. ຂ້າພະເຈົ້າກຳລັງຂຽນປຶ້ມເຫຼັ້ມໃໝ່ຢູ່ດຽວນີ້ ເອີ້ນວ່າ “ການປາກົດຕົວ,” ເຊິ່ງອີງໃສ່ຫຼາຍຊຸດຂອງ ການສຳພາດຄົນກ່ຽວກັບການຄົ້ນພົບ ພອນສະຫວັນຂອງເຂົາ. ຂ້າພະເຈົ້າຕິດໃຈກ່ຽວກັບວ່າຄົນເຮົາໄປຮອດຈຸດນັ້ນໄດ້ແນວໃດ. ມັນເກີດມາຈາກບົດສົນທະນາອັນໜຶ່ງຂອງຂ້າພະເຈົ້າ ກັບແມ່ຍິງທີ່ໜ້າອັດສະຈັນຜູ້ໜຶ່ງ ເຊິ່ງບາງທີຄົນສ່ວນຫຼາຍ ອາດຈະບໍ່ເຄີຍໄດ້ຍິນ, ລາວຊື່ ກີລຽນ ລິນ, ທ່ານເຄີຍໄດ້ຍິນກ່ຽວກັບລາວບໍ? ບາງຄົນເຄີຍໄດ້ຍິນເນາະ. ລາວເປັນນັກອອກແບບທ່າເຕັ້ນ ແລະ ໝົດທຸກຄົນຮູ້ຜົນງານຂອງລາວ. ລາວໄດ້ເຮັດ “Cats,” ແລະ “Phanthom of the Opera.” ລາວເກ່ງ. ຂ້າພະເຈົ້າເຄີຍເປັນໜຶ່ງໃນຄະນະກຳມະການຂອງ Royal Ballet, ໃນອັງກິດ, ດັ່ງທີ່ທ່ານເຫັນ.
(Laughter)
ຈັ່ງໃດກໍ່ຢ່າ, ກີລຽນ ແລະ ຂ້າພະເຈົ້າໄດ້ຮ່ວມກິນເຂົ້າທ່ຽງໃນມື້ໜຶງ ແລະ ຂ້າພະເຈົ້າໄດ້ເວົ້າວ່າ,
Gillian and I had lunch one day. I said, "How did you get to be a dancer?" It was interesting. When she was at school, she was really hopeless. And the school, in the '30s, wrote to her parents and said, "We think Gillian has a learning disorder." She couldn't concentrate; she was fidgeting. I think now they'd say she had ADHD. Wouldn't you? But this was the 1930s, and ADHD hadn't been invented at this point. It wasn't an available condition.
“ກີລຽນ, ເຮັດແນວໃດເຈົ້າຈິ່ງໄດ້ເປັນນັກເຕັ້ນ?” ແລະ ລາວໄດ້ບອກວ່າ ມັນກໍ່ເປັນຕາສົນໃຈຢູ່, ໃນຕອນທີ່ລາວຍັງເຂົ້າໂຮງຮຽນຢູ່ນັ້ນ, ລາວບໍ່ມີຫວັງເລີຍ. ແລະທາງໂຮງຮຽນ, ໃນຊຸມປີ 30 ໄດ້ຂຽນເຖິງພໍ່ແມ່ຂອງລາວວ່າ, “ທາງເຮົາຄິດວ່າ ກີລຽນ ມີປັນຫາດ້ານການຮັບຮູ້.” ລາວບໍ່ສາມາດຕັ້ງສະມາທິ, ລາວຢູ່ບໍ່ສະຫງົບ. ຂ້າພະເຈົ້າຄິດວ່າປະຈຸບັນນີ້ເຂົາຄືຊິເວົ້າວ່າ ລາວເປັນພະຍາດສະມາທິສັ້ນ. ທ່ານບໍ່ຄິດບໍ? ແຕ່ຕອນນັ້ນຍັງແມ່ນຊຸມປີ 1930, ແລະ ພະຍາດສະມາທິສັ້ນ ກໍ່ຍັງບໍ່ທັນໄດ້ຖືກສ້າງຂຶ້ນມາເທື່ອ. ມັນຍັງເປັນພະຍາດທີ່ບໍ່ສາມາດມີໄດ້ເທື່ອ. (ຫົວ)
(Laughter)
ຄົນເຮົາບໍ່ໄດ້ຮູ້ວ່າພວກເຂົາສາມາດເປັນພະຍາດນີ້ໄດ້.
People weren't aware they could have that.
ຈັ່ງໃດກໍ່ຢ່າ, ລາວໄດ້ໄປຫາຊ່ຽວຊານຜູ້ໜຶ່ງ. ໃນຫ້ອງທີ່ເຮັດດ້ວຍໄມ້ໂອ໋ກ,
(Laughter)
Anyway, she went to see this specialist. So, this oak-paneled room, and she was there with her mother, and she was led and sat on this chair at the end, and she sat on her hands for 20 minutes, while this man talked to her mother about all the problems Gillian was having at school, because she was disturbing people, her homework was always late, and so on. Little kid of eight. In the end, the doctor went and sat next to Gillian and said, "I've listened to all these things your mother's told me. I need to speak to her privately. Wait here. We'll be back. We won't be very long," and they went and left her.
ແລະ ແມ່ຂອງລາວກໍ່ໄດ້ໄປນຳ, ແລະ ລາວກໍ່ຖືກພາໄປນັ່ງຢູ່ຕັ່ງທີ່ຢູ່ແຈສຸດ, ແລະ ລາວກໍ່ໄດ້ນັ່ງຢອງມືຂອງລາວເປັນເວລາ 20 ນາທີ ໃນຂະໜະທີ່ ຊາຍຜູ້ໜຶ່ງໄດ້ລົມກັບແມ່ຂອງລາວກ່ຽວກັບ ປັນຫາທັງໝົດທີ່ ກີລຽນ ມີຢູ່ໃນໂຮງຮຽນ. ແລະ ໃນຕອນທ້າຍ - ຍ້ອນວ່າລາວໄດ້ລົບກວນຄົນອື່ນ, ວຽກບ້ານຂອງລາວແມ່ນໄດ້ສົ່ງຊ້າຕະຫຼອດ, ແລະ ອື່ນໆ, ເດັກນ້ອຍອາຍຸ ແປດ ປີ - ສຸດທ້າຍ, ທ່ານໝໍ ໄດ້ ຍ່າງໄປນັ່ງລົງ ຂ້າງ ກີລຽນ ແລະ ເວົ້າວ່າ, “ກີລຽນ, ຂ້ອຍໄດ້ຟັງທຸກຢ່າງທີ່ແມ່ເຈົ້າ ໄດ້ບອກຂ້ອຍແລ້ວ, ແລະ ຂ້ອຍຕ້ອງໄດ້ເວົ້ານຳລາວເປັນການສ່ວນຕົວ.” ລາວໄດ້ເວົ້າວ່າ, “ລໍຖ້າຢູ່ໜີ້ເດີ້, ຈັກໜ້ອຍພວກເຮົາຊິກັບມາ, ບໍ່ດົນດອກ.” ແລະ ພວກເຂົາກໍ່ໄດ້ອອກໄປ ແລະ ປະລາວໄວ້ຜູ້ດຽວ.
But as they went out of the room, he turned on the radio that was sitting on his desk. And when they got out of the room, he said to her mother, "Just stand and watch her." And the minute they left the room, she was on her feet, moving to the music. And they watched for a few minutes, and he turned to her mother and said, "Mrs. Lynne, Gillian isn't sick. She's a dancer. Take her to a dance school."
ແລະ ກ່ອນທີ່ທັງສອງຈະອອກຈາກຫ້ອງ, ຜູ້ຊ່ຽວຊານໄດ້ເປີດວິທະຍຸ ເຊິ່ງຢູ່ໜ້າໂຕະຂອງລາວປະໄວ້. ແລະ ເມື່ອພວກເພິ່ນ ໄດ້ອອກໄປຈາກຫ້ອງ, ຊ່ຽວຊານໄດ້ບອກແມ່ຂອງລາວວ່າ, “ຢືນເບິ່ງລາວຢູ່ໜີ້ເດີ້.” ແລະ ໃນນາທີທີ່ພວກເພິ່ນໄດ້ອອກຈາກຫ້ອງ, ລາວໄດ້ບອກຂ້ອຍວ່າ, ລາວໄດ້ລຸກຂຶ້ນ, ເຄື່ອນຍ້າຍໄປຕາມສຽງດົນຕີ. ແລະ ພວກເພິ່ນກໍ່ໄດ້ເບິ່ງຢູ່ສາມສີ່ນາທີ ແລະ ຊ່ຽວຊານກໍ່ໄດ້ຫັນຫາແມ່ລາວ ແລະ ເວ້ົາວ່າ, “ມາດາມ ລິນ, ກີລຽນ ບໍ່ໄດ້ປ່ວຍດອກ, ລາວເປັນນັກເຕັ້ນ. ພາລາວໄປເຂົ້າໂຮງຮຽນເຕັ້ນສາ.”
I said, "What happened?" She said, "She did. I can't tell you how wonderful it was. We walked in this room, and it was full of people like me -- people who couldn't sit still, people who had to move to think." Who had to move to think. They did ballet, they did tap, jazz; they did modern; they did contemporary. She was eventually auditioned for the Royal Ballet School. She became a soloist; she had a wonderful career at the Royal Ballet. She eventually graduated from the Royal Ballet School, founded the Gillian Lynne Dance Company, met Andrew Lloyd Webber. She's been responsible for some of the most successful musical theater productions in history, she's given pleasure to millions, and she's a multimillionaire. Somebody else might have put her on medication and told her to calm down.
ຂ້າພະເຈົ້າໄດ້ຖາມວ່າ, “ແລ້ວເກີດຫຍັງຂຶ້ນ?” ລາວໄດ້ເວົ້າວ່າ, “ແມ່ຂ້ອຍກໍ່ເຮັດຕາມ. ຂ້ອຍບອກເຈົ້າໄດ້ເລີຍວ່າມັນວິເສດຂະໜາດໃດ. ເຮົາຍ່າງເຂົ້າໄປໃນຫ້ອງໜຶ່ງ ແລະ ມັນກໍ່ເຕັມໄປດ້ວຍ ຄົນຄືຂ້ອຍ. ຄົນທີ່ບໍ່ສາມາດນັ່ງຢູ່ຊື່ໆໄດ້. ຄົນທີ່ຕ້ອງເຄື່ອນໄຫວຈິ່ງຈະຄິດໄດ້.” ຄົນທີ່ຕ້ອງເຄື່ອນໄຫວຈິ່ງຈະຄິດໄດ້. ພວກເຂົາໄດ້ຮຽນ ບາເລ, ພວກເຂົາໄດ້ຮຽນ ແທ໋ບ, ພວກເຂົາໄດ້ຮຽນ ແຈັສ, ພວກເຂົາຮຽນດົນຕີສະໄໝໃໝ່, ພວກເຂົາໄດ້ຮຽນດົນຕີຮ່ວມສະໄໝ. ໃນທີ່ສຸດລາວກໍ່ໄດ້ເສັງເຂົ້າໂຮງຮຽນ Royal Ballet, ລາວໄດ້ກາຍເປັນຜູ້ບັນເລງດ່ຽວ, ລາວໄດ້ມີອາຊີບທີ່ໜ້າອັດສະຈັນ ທີ່ໂຮງຮຽນ Royal Ballet. ໃນທີ່ສຸດລາວກໍ່ຮຽນຈົບ ຈາກໂຮງຮຽນ Royal Ballet ແລະ ໄດ້ຕັ້ງບໍລິສັດຂອງຕົນເອງ - ບໍລິສັດ ກີລຽນ ລິນ ແດ໋ນສ - ໄດ້ພົບກັບ ແອນດຣິວ ລອຍ ເວັບເບີ. ລາວໄດ້ຮັບຜິດຊອບ ງານສະແດງດົນຕີທີ່ປະສົບຜົນສຳເລັດຫຼາຍອັນ ໃນປະຫວັດສາດ, ລາວໄດ້ມອບຄວາມສຸກໃຫ້ກັບຄົນຫຼາຍລ້ານ, ແລະ ລາວກໍ່ແມ່ນມະຫາເສດຖີເງິນຫຼາຍລ້ານ. ຄົນອື່ນ
(Applause)
ອາດຈະໄດ້ຈັບລາວກິນຢາ ແລະ ບອກໃຫ້ລາວ ສະຫງົບລົງ.
What I think it comes to is this: Al Gore spoke the other night about ecology and the revolution that was triggered by Rachel Carson. I believe our only hope for the future is to adopt a new conception of human ecology, one in which we start to reconstitute our conception of the richness of human capacity. Our education system has mined our minds in the way that we strip-mine the earth for a particular commodity. And for the future, it won't serve us. We have to rethink the fundamental principles on which we're educating our children.
ບາດນີ້, ຂ້າພະເຈົ້າຄິດວ່າ ... (ຕົບມື) ສິ່ງທີ່ຂ້າພະເຈົ້າຄິດ ມັນກາຍມາເປັນສິ່ງນີ້: ອາລ ກໍ ໄດ້ກ່າວໃນຄືນກ່ອນ ກ່ຽວກັບລະບົບນິເວດ, ແລະ ການປະຕິວັດທີ່ໄດ້ຖືກກະຕຸ້ນໂດຍ ຣາແຊລ ຄາສັນ. ຂ້າພະເຈົ້າເຊື່ອວ່າຄວາມຫວັງອັນດຽວຂອງພວກເຮົາຕໍ່ອະນາຄົດ ແມ່ນການຮັບເອົາແນວຄວາມຄິດຂອງລະບົບນິເວດຂອງຄົນ, ອັນທີ່ຄົນເຮົາເລີ່ມສ້າງແນວຄວາມຄິດຂອງພວກເຮົາໃໝ່ ທີ່ກ່ຽວພັນກັບຄວາມອຸດົມຮັ່ງມີຂອງສະມັດຖະພາບຂອງຄົນ. ລະບົບການສຶກສາຂອງເຮົາໄດ້ຂຸດແນວຄິດຂອງຄົນໃນແບບ ທີ່ເຮົາຂຸດຄົ້ນເອົາຊັບສົມບັດຈາກພື້ນໂລກ: ເພື່ອວັດຖຸສະເພາະອັນດຽວ. ແລະ ໃນອະນາຄົດ, ມັນຈະບໍ່ໃຫ້ປະໂຫຍດກັບເຮົາ. ພວກເຮົາຕ້ອງຄິດຄືນໃໝ່ເຖິງຫຼັກທຳພື້ນຖານ ທີ່ເຮົາອີງໃສ່ເພື່ອສຶກສາລູກຫຼານຂອງເຮົາ. ມີ
There was a wonderful quote by Jonas Salk, who said, "If all the insects were to disappear from the Earth, within 50 years, all life on Earth would end. If all human beings disappeared from the Earth, within 50 years, all forms of life would flourish." And he's right.
ຄຳເວົ້າທີ່ວິເສດອັນໜຶ່ງ ໂດຍ ໂຈນາສ ຊອກ, ຜູ້ທີ່ໄດ້ເວົ້າວ່າ, “ຖ້າແມງໄມ້ທັງໝົດ ຫາກຈະຫາຍໄປຈາກໂລກນີ້, ພາຍໃນ 50 ປີ ສິ່ງມີຊີວິດທັງໝົດໃນໂລກນີ້ຄົງຈະຈົບລົງ. ຖ້າຄົນທັງໝົດຫາກຫາຍໄປຈາກໂລກນີ້, ພາຍໃນ 50 ປີ ສິ່ງມີຊີວິດທັງໝົດຈະເຕີບໃຫຍ່ຂະຫຍາຍຕົວຂຶ້ນ.” ແລະ ລາວກໍ່ເວົ້າຖືກ.
What TED celebrates is the gift of the human imagination. We have to be careful now that we use this gift wisely, and that we avert some of the scenarios that we've talked about. And the only way we'll do it is by seeing our creative capacities for the richness they are and seeing our children for the hope that they are. And our task is to educate their whole being, so they can face this future. By the way -- we may not see this future, but they will. And our job is to help them make something of it.
ສິ່ງທີ່ TED ຍົກຍ້ອງແມ່ນພອນສະຫວັນຂອງຈິນຕະນາການຂອງຄົນ. ພວກເຮົາຕ້ອງລະວັງໃນຕອນທີ່ເຮົານຳໃຊ້ພອນສະຫວັນອັນນີ້ ໃຫ້ຫຼັກແຫຼມ, ແລະ ກໍ່ຕ້ອງຫຼີກລ່ຽງສະຖານະການ ສະຖານະການທີ່ໄດ້ກ່າວມາແລ້ວ. ແລະ ທາງດຽວທີ່ ພວກເຮົາຈະສາມາດເຮັດແນວນັ້ນໄດ້ ແມ່ນດ້ວຍການຕິດຕາມເບິ່ງສະມັດຖະນະຂອງຄວາມຄິດສ້າງສັນຂອງເຮົາ ເພື່ອຄວາມອຸດົມຮັ່ງມີທີ່ເຮົາເປັນ, ແລະ ເບິ່ງ ລູກຫຼານຂອງເຮົາເພື່ອຄວາມຫວັງທີ່ພວກເຂົາເປັນ. ແລະ ໜ້າທີ່ຂອງເຮົາ ແມ່ນການສຶກສາສິ່ງທີ່ເປັນພວກເຂົາທັງໝົດ, ເພື່ອວ່າພວກເຂົາຈະສາມາດປະເຊີນກັບອະນາຄົດອັນນີ້. ເຊິ່ງພວກເຮົາອາດຈະບໍ່ໄດ້ເຫັນອະນາຄົດອັນນີ້ກໍ່ມີ, ແຕ່ພວກເຂົາຊິໄດ້ເຫັນ. ແລະ ວຽກຂອງເຮົາແມ່ນຊ່ວຍ ພວກເຂົາໃຫ້ສ້າງສິ່ງໃດສິ່ງໜຶ່ງຈາກມັນໄດ້. ຂອບໃຈຫຼາຍໆ.
Thank you very much.
(Applause)