I was here four years ago, and I remember, at the time, that the talks weren't put online. I think they were given to TEDsters in a box, a box set of DVDs, which they put on their shelves, where they are now.
ຂ້າພະເຈົ້າເຄີຍມາທີ່ນີ້ແລ້ວຕອນສີ່ປີກ່ອນ ແລະ ຂ້າພະເຈົ້າກໍ່ຈື່ໄດ້ ໃນສະໄໝນັ້ນ ທີ່ບົດສະເໜີຍັງບໍ່ທັນໄດ້ຖືກເອົາຂຶ້ນອິນເຕີເນັດເທື່ອ ຂ້າພະເຈົ້າຄິດວ່າເພິ່ນໄດ້ເອົາໃສ່ໃນກັບໃຫ້ຜູ້ເຂົ້າຮ່ວມ TED ຊຸດບັນທຶກການສະເໜີໃນຮູບແບບ DVD ທີ່ຄົນເອົາເມືອບ້ານແລ້ວໄວ້ເທິງຫິ້ງ ແລະກໍ່ຍັງຢູ່ບ່ອນຫັ້ນບໍ່ມີໃຜຈັບມາເບິ່ງອີກ
(Laughter)
(ຫົວ)
And actually, Chris called me a week after I'd given my talk, and said, "We're going to start putting them online. Can we put yours online?" And I said, "Sure."
ແລະອັນທີ່ຈິງ ຄຣິສ ໄດ້ໂທຫາຂ້າພະເຈົ້າ ອາທິດໜຶ່ງຫຼັງຈາກທີ່ຂ້າພະເຈົ້າໄດ້ຂຶ້ນສະເໜີ ແລະ ລາວເວົ້າວ່າ “ພວກເຮົາຈະເລີ່ມເອົາບັນທຶກພາບບົດສະເໜີຂຶ້ນອິນເຕີເນັດ ພວກເຮົາເອົາບົດຂອງເຈົ້າຂຶ້ນໄດ້ບໍ” ແລະ ຂ້າພະເຈົ້າເວົ້າວ່າ “ໄດ້ແທ້”
And four years later, it's been downloaded four million times. So I suppose you could multiply that by 20 or something to get the number of people who've seen it. And, as Chris says, there is a hunger for videos of me.
ແລະ ສີ່ປີຕໍ່ມາ ຄືທີ່ຂ້າພະເຈົ້າໄດ້ເວົ້າຫັ້ນລະ ມີຄົນເບິ່ງສີ່ ... ອັນ ມີຄົນ ດາວໂຫຼດ ສີ່ລ້ານເທື່ອ ຄັນຊັ້ນ ຂ້າພະເຈົ້າຄິດວ່າ ເຮົາອາດສາມາດຄູນ 20 ຫຼື ປະມານນັ້ນ ເພື່ອໃຫ້ໄດ້ຈຳນວນຂອງຄົນທີ່ໄດ້ເບິ່ງບົດສະເໜີຂອງຂ້າພະເຈົ້າແທ້ ແລະ ຄຣິສ ເວົ້າວ່າ ມີຄວາມຮຽກຮ້ອງຕ້ອງການ
(Laughter)
ບັນທຶກພາບຂອງຂ້າພະເຈົ້າ
(Applause)
(ຫົວ)
(ຕົບມື)
Don't you feel?
... ທ່ານບໍ່ຮູ້ສຶກບໍ
(Laughter)
(ຫົວ)
So, this whole event has been an elaborate build-up to me doing another one for you, so here it is.
ສະນັ້ນ ງານໃນເທື່ອນີ້ ຈິ່ງໄດ້ຖືກບັນຈົງຈັດຂຶ້ນ ເພື່ອໃຫ້ຂ້າພະເຈົ້າມາຢືນຢູ່ຕໍ່ໜ້າພວກທ່ານອີກເທື່ອໜຶ່ງ ສະນັ້ນ ກໍ່ແມ່ນໂອກາດນີ້ລະ
(Laughter)
(ຫົວ)
Al Gore spoke at the TED conference I spoke at four years ago and talked about the climate crisis. And I referenced that at the end of my last talk. So I want to pick up from there because I only had 18 minutes, frankly.
ທ່ານ ອາລ ກໍລ ໄດ້ກ່າວ ທີ່ກອງປະຊຸມ TED ທີ່ຂ້າພະເຈົ້າໄດ້ຂຶ້ນກ່າວສີ່ປີກ່ອນ ແລະ ເພິ່ນໄດ້ເວົ້າກ່ຽວກັບວິກິດສະພາບພູມອາກາດ ແລະ ຂ້າພະເຈົ້າກໍ່ໄດ້ກ່າວພາດພິງເຖິງສິ່ງທີ່ເພິ່ນໄດ້ເວົ້າ ໃນຕອນທ້າຍຂອງການສະເໜີຂອງຂ້າພະເຈົ້າ ສະນັ້ນ ຂ້າພະເຈົ້າກໍ່ຢາກສືບຕໍ່ຈາກຈຸດນັ້ນ ເພາະຂ້າພະເຈົ້າມີເວລາແຕ່ 18 ນາທີ ເທົ່ານັ້ນ ເວົ້າແທ້
(Laughter)
ສະນັ້ນ ດັ່ງທີ່ຂ້າພະເຈົ້າວ່າ
So, as I was saying --
(Laughter)
(ຫົວ)
You see, he's right. I mean, there is a major climate crisis, obviously, and I think if people don't believe it, they should get out more.
ຄືທີ່ທ່ານຮູ້, ເພິ່ນເວົ້າຖືກ ຂ້າພະເຈົ້າໝາຍຄວາມວ່າ ເຮົາມີວິກິດສະພາບພູມອາກາດອັນໃຫຍ່ຫຼວງ ເຊິ່ງເຫັນໄດ້ແຈ້ງ ແລະ ຂ້າພະເຈົ້າຄິດວ່າຖ້າຄົນບໍ່ເຊື່ອເລື່ອງນີ້ ເຂົາເຈົ້າຄວນອອກມາເບິ່ງຢູ່ນອນເຮືອນຫຼາຍຂຶ້ນ
(Laughter)
(ຫົວ)
But I believe there is a second climate crisis, which is as severe, which has the same origins, and that we have to deal with with the same urgency. And you may say, by the way, "Look, I'm good. I have one climate crisis, I don't really need the second one."
ແຕ່ ຂ້າພະເຈົ້າເຊື່ອວ່າເຮົາຍັງມີວິກິດພູມອາກາດອັນທີສອງ ເຊິ່ງກໍ່ຮ້າຍແຮງຄືກັນ ເຊິ່ງມີຕົ້ນຕໍມາຈາກບ່ອນດຽວກັນ ແລະ ເປັນອັນທີ່ພວກເຮົາຕ້ອງໄດ້ແກ້ໄຂຢ່າງຮີບດ່ວນຄືກັນ ແລະ ສິ່ງທີ່ຂ້າພະເຈົ້າໝາຍເຖິງນີ້ - ແລະ ໃນດ້ານໜຶ່ງ ທ່ານອາດຈະເວົ້າວ່າ “ເບິ່ງດຸ ຂ້ອຍພໍແລ້ວ ຂ້ອຍມີວິກິດພູມອາກາດອັນໜຶ່ງແລ້ວ
(Laughter)
ຂ້ອຍບໍ່ຕ້ອງການອັນທີສອງອີກ”
But this is a crisis of, not natural resources -- though I believe that's true -- but a crisis of human resources.
ແຕ່ ອັນນີ້ແມ່ນວິກິດ ທີ່ບໍ່ແມ່ນຂອງຊັບພະຍາກອນທຳມະຊາດ ເຖິງຂ້າພະເຈົ້າຈະເຊື່ອວ່ານັ້ນແມ່ນຄວາມຈິງ ແຕ່ແມ່ນວິກິດຂອງຊັບພະຍາກອນບຸກຄົນ
I believe fundamentally, as many speakers have said during the past few days, that we make very poor use of our talents. Very many people go through their whole lives having no real sense of what their talents may be, or if they have any to speak of. I meet all kinds of people who don't think they're really good at anything.
ຂ້າພະເຈົ້າເຊື່ອ ຢ່າງເລິກເຊິ່ງ ດັ່ງທີ່ຜູ້ສະເໜີຫຼາຍທ່ານໄດ້ຂຶ້ນມາກ່າວໃນຫຼາຍວັນທີ່ຜ່ານມາ ວ່າພວກເຮົານຳໃຊ້ ພູມປັນຍາຂອງພວກເຮົາ ແບບບໍ່ສົມບູນ ຫຼາຍຄົນໃຊ້ຊີວິດທັງໝົດຂອງພວກເຂົາໄປ ໂດຍທີ່ບໍ່ມີການສຳຜັດເຖິງພູມປັນຍາອັນແທ້ຈິງຂອງເຂົາເອງວ່າແມ່ນຫຍັງແທ້ ຫຼືວ່າມີອັນໃດທີ່ສາມາດເວົ້າເຖິງໄດ້ ຂ້າພະເຈົ້າພົບປະກັບຄົນທຸກປະເພດ ທີ່ບໍ່ຄິດວ່າເຂົາເຮັດຫຍັງໄດ້ດີເລີຍ
Actually, I kind of divide the world into two groups now. Jeremy Bentham, the great utilitarian philosopher, once spiked this argument. He said, "There are two types of people in this world: those who divide the world into two types and those who do not."
ອັນທີ່ຈິງ ໄລຍະນີ້ ຂ້າພະເຈົ້າຂ້ອນຂ້າງແບ່ງໂລກນີ້ອອກເປັນສອງປະເພດ ເຈເຣມີ ເບັນແທັມ ນັກປັດຊະຍາປະໂຫຍດ ຄັ້ງໜຶ່ງໄດ້ປ້ອງກັນການຖົກຖຽງເລື່ອງນີ້ ເພິ່ນໄດ້ເວົ້າວ່າ “ໃນໂລກນີ້ມີຄົນຢູ່ສອງປະເພດ ພວກທີ່ແບ່ງໂລກອອກເປັນສອງສ່ວນ ແລະ ພວກທີ່ບໍ່ແບ່ງ”
(Laughter)
(ຫົວ)
Well, I do.
ອັນ ຂ້າພະເຈົ້າແບ່ງ
(Laughter)
(ຫົວ)
I meet all kinds of people who don't enjoy what they do. They simply go through their lives getting on with it. They get no great pleasure from what they do. They endure it rather than enjoy it, and wait for the weekend. But I also meet people who love what they do and couldn't imagine doing anything else. If you said, "Don't do this anymore," they'd wonder what you're talking about. It isn't what they do, it's who they are. They say, "But this is me, you know. It would be foolish to abandon this, because it speaks to my most authentic self." And it's not true of enough people. In fact, on the contrary, I think it's still true of a minority of people. And I think there are many possible explanations for it.
ຂ້າພະເຈົ້າພົບປະກັບຄົນທຸກປະເພດ ທີ່ບໍ່ມັກໃນສິ່ງທີ່ພວກເຂົາເຮັດ ພວກເຂົາພຽງແຕ່ໃຊ້ຊີວິດ ໄປກັບມັນ ພວກເຂົາບໍ່ໄດ້ຄວາມສຸກຈາກສິ່ງທີ່ພວກເຂົາເຮັດ ພວກເຂົາອົດທົນກັບມັນ ແທນທີ່ຈະມ່ວນກັບມັນ ແລະ ລໍຖ້າວັນພັກທ້າຍອາທິດ ແຕ່ ຂ້າພະເຈົ້າກໍ່ໄດ້ພົບກັບຄົນ ທີ່ຮັກສິ່ງທີ່ພວກເຂົາເຮັດ ແລະ ບໍ່ຄິດວ່າພວກເຂົາຈະຢາກເຮັດອັນອື່ນໄດ້ ຖ້າທ່ານບອກພວກເຂົາວ່າ “ບໍ່ຕ້ອງເຮັດອັນນີ້ອີກ” ພວກເຂົາຄືຊິສົງໄສວ່າທ່ານເວົ້າເຖິງຫຍັງ ເພາະມັນບໍ່ແມ່ນສິ່ງທີ່ເຂົາເຮັດ ມັນແມ່ນສິ່ງທີ່ພວກເຂົາເປັນ ພວກເຂົາຈະເວົ້າວ່າ “ແຕ່ນີ້ແມ່ນຂ້ອຍ ເຈົ້າຮູ້ບໍ່ ມັນຄືຊິເປັນເລື່ອງໂງ່ທີ່ຂ້ອຍຈະຖິ້ມມັນໄປ ເພາະວ່າ ມັນເຂົ້າເຖິງຄວາມເປັນຕົວຂ້ອຍທີ່ແທ້ຈິງ” ແລະ ຄົນທີ່ເປັນແບບນີ້ກໍ່ບໍ່ມີຫຼາຍ ອັນທີ່ຈິງ ໃນດ້ານກົງກັນຂ້າມ ຂ້າພະເຈົ້າຄິດວ່າ ມີພຽງຄົນກຸ່ມນ້ອຍທີ່ເປັນແນວນີ້ ແລະ ຂ້າພະເຈົ້າຄິດວ່າມີຫຼາຍ
And high among them is education, because education, in a way, dislocates very many people from their natural talents. And human resources are like natural resources; they're often buried deep. You have to go looking for them, they're not just lying around on the surface. You have to create the circumstances where they show themselves. And you might imagine education would be the way that happens, but too often, it's not. Every education system in the world is being reformed at the moment and it's not enough. Reform is no use anymore, because that's simply improving a broken model. What we need -- and the word's been used many times in the past few days -- is not evolution, but a revolution in education. This has to be transformed into something else.
ຄຳອະທິບາຍສຳລັບສິ່ງທີ່ເປັນຢູ່ ແລະ ສູງສຸດໃນນັ້ນ ແມ່ນການສຶກສາ ຍ້ອນວ່າການສຶກສາ ໃນທາງໜຶ່ງ ແຍກຫຼາຍໆຄົນອອກ ຈາກພອນສະຫວັນໂດຍທຳມະຊາດຂອງເຂົາ ແລະ ຊັບພະຍາກອນບຸກຄົນ ກໍ່ຄືກັບ ຊັບພະຍາກອນທຳມະຊາດ ມັນມັກຖືກຝັງຢູ່ເລິກໆ ເຈົ້າຕ້ງອໄປຊອກຫາມັນ ມັນບໍ່ນອນຊະຊາຍຢູ່ເທິງພື້ນຜິວ ເຈົ້າຕ້ອງສ້າງເຫດການແວດລ້ອມໃຫ້ມັນສະແດງຕົວອອກມາ ແລະ ທ່ານອາດຄິດວ່າ ການສຶກສາຈະເປັນຫົນທາງທີ່ຈະສ້າງໃຫ້ມັນເກີດຂຶ້ນ ແຕ່ສ່ວນຫຼາຍ ບໍ່ແມ່ນ ລະບົບການສຶກສາທຸກອັນໃນໂລກ ໃນຂະໜະນີ້ ກຳລັງຖືກປະຕິຮູບ ແລະ ມັນຍັງບໍ່ພໍ ການປະຕິຮູບແມ່ນບໍ່ມີປະໂຫຍດຫຍັງໝົດ ຍ້ອນວ່າມັນພຽງແຕ່ຍົກລະດັບຮູບແບບທີ່ໃຊ້ບໍ່ໄດ້ ສິ່ງທີ່ພວກເຮົາຕ້ອງການ - ແລະ ຄຳນີ້ກໍ່ໄດ້ຖືກນຳໃຊ້ຫຼາຍເທື່ອໃນຫຼາຍວັນທີ່ຜ່ານມາ - ບໍ່ແມ່ນການວິວັດທະນາການ ແຕ່ແມ່ນການປະຕິວັດທາງການສຶກສາ ສິ່ງນີ້ຕ້ອງໄດ້ແປງຮູບ
(Applause)
ໄປເປັນແນວໃໝ່
(ຕົບມື)
One of the real challenges is to innovate fundamentally in education. Innovation is hard, because it means doing something that people don't find very easy, for the most part. It means challenging what we take for granted, things that we think are obvious. The great problem for reform or transformation is the tyranny of common sense. Things that people think, "It can't be done differently, that's how it's done."
ສິ່ງທ້າທາຍແທ້ໆອັນໜຶ່ງ ແມ່ນການປ່ຽນແປງຂັ້ນພື້ນຖານ ໃນການສຶກສາ ການປ່ຽນແປງແມ່ນຍາກ ຍ້ອນມັນໝາຍຄວາມເຖິງການເຮັດຫຍັງ ທີ່ຄົນບໍ່ເຫັນວ່າມັນງ່າຍເປັນສ່ວນຫຼາຍ ມັນໝາຍເຖິງການທ້າທາຍສິ່ງທີ່ພວກເຮົາຖືເປັນຕາຍຕົວ ສິ່ງທີ່ພວກເຮົາຄິດວ່າມັນແຈ່ມແຈ້ງແລ້ວ ບັນຫາທີ່ໃຫຍ່ຫຼວງສຳລັບການປະຕິຮູບ ຫຼື ການແປງຮູບ ແມ່ນການປົກຄອງແບບຜະເດັດການຂອງສາມັນສຳນຶກ - ສິ່ງທີ່ຄົນຄິດ “ສິ່ງນີ້ ມັນບໍ່ສາມາດເຮັດໄປທາງອື່ນໄດ້ ຍ້ອນວ່ານີ້ແມ່ນວິທີທີ່ເພິ່ນໄດ້ເຮັດຜ່ານມາ”
I came across a great quote recently from Abraham Lincoln, who I thought you'd be pleased to have quoted at this point.
ຂ້າພະເຈົ້າ ໄດ້ຊອກເຫັນຄຳເວົ້າອັນຍິ່ງໃຫຍ່ອັນໜຶ່ງຂອງ ອັບບຣາຮຳ ລິນຄອນ ຜູ້ທີ່ຂ້າພະເຈົ້າຄິດວ່າພວກທ່ານຄົງຈະດີໃຈທີ່ຈະໄດ້ຍິນຄຳເວົ້າຂອງເພິ່ນໃນເວລານີ້
(Laughter)
(ຫົວ)
He said this in December 1862 to the second annual meeting of Congress. I ought to explain that I have no idea what was happening at the time. We don't teach American history in Britain.
ເພິ່ນໄດ້ກ່າວສິ່ງນີ້ໃນເດືອນທັນວາ ປີ 1862 ຕໍ່ກັບກອງປະຊຸມປະຈຳປີຄັ້ງທີສອງຂອງສະພາ Congress ຂ້າພະເຈົ້າຄວນອະທິບາຍວ່າ ຂ້າພະເຈົ້າບໍ່ມີຄວາມຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນໃນເວລານັ້ນເລີຍ ພວກເຮົາບໍ່ສອນປະຫວັດສາດຂອງອາເມລິກາ ໃນປະເທດອັງກິດ
(Laughter)
(ຫົວ)
We suppress it. You know, this is our policy.
ພວກເຮົາຂົ່ມມັນໄວ້ ທ່ານກໍ່ຮູ້ ວ່າມັນແມ່ນນະໂຍບາຍຂອງເຮົາ
(Laughter)
(ຫົວ)
No doubt, something fascinating was happening then, which the Americans among us will be aware of.
ສະນັ້ນ ບໍ່ຕ້ອງສົງໄສເລີຍວ່າ ສິ່ງທີ່ເປັນຕາສົນໃຈຄົງໄດ້ເກີດຂຶ້ນໃນເດືອນທັນວາ ປີ 1862 ເຊິ່ງຄົນອາເມລິກັນໃນທີ່ນີ້ ຄົງຈະຮູ້ດີ
But he said this: "The dogmas of the quiet past are inadequate to the stormy present. The occasion is piled high with difficulty, and we must rise with the occasion." I love that. Not rise to it, rise with it. "As our case is new, so we must think anew and act anew. We must disenthrall ourselves, and then we shall save our country."
ແຕ່ ເພິ່ນໄດ້ເວົ້າອັນນີ້ “ຄວາມເຊື່ອ ຂອງອາດີດທີ່ມິດງຽບ ແມ່ນບໍ່ພຽງພໍຕໍ່ກັບປະຈຸບັນອັນດຸເດືອດ ເວລານີ້ ແມ່ນກອງສູງດ້ວຍຄວາມຫຍຸ້ງຍາກ ແລະ ພວກເຮົາຕ້ອງສູງຂຶ້ນໄປກັບເວລາ” ຂ້າພະເຈົ້າມັກອັນນີ້ຫຼາຍ ບໍ່ແມ່ນສູງຂຶ້ນໄປທຽບມັນ ສູງຂຶ້ນໄປກັບມັນ “ເນື່ອງຈາກກໍລະນີຂອງເຮົາແມ່ນອັນໃໝ່ ສະນັ້ນ ພວກເຮົາກໍ່ຕ້ອງຄິດແນວໃໝ່ ແລະ ປະຕິບັດແນວໃໝ່ ພວກເຮົາຕ້ອງປົດປ່ອຍຕົນເອງ
I love that word, "disenthrall."
ຫຼັງຈາກນັ້ນ ແລ້ວພວກເຮົາຈິ່ງຈະຮັກສາປະເທດຊາດຂອງເຮົາ
You know what it means? That there are ideas that all of us are enthralled to, which we simply take for granted as the natural order of things, the way things are. And many of our ideas have been formed, not to meet the circumstances of this century, but to cope with the circumstances of previous centuries. But our minds are still hypnotized by them, and we have to disenthrall ourselves of some of them. Now, doing this is easier said than done. It's very hard to know, by the way, what it is you take for granted. And the reason is that you take it for granted.
ຂ້າພະເຈົ້າມັກຄຳນີ້ “ປົດປ່ອຍ” ທ່ານຮູ້ບໍ່ວ່າມັນໝາຍເຖິງຫຍັງ ທີ່ວ່າມັນມີແນວຄວາມຄິດທີ່ເຮົາທັງໝົດຫຼົງສະເໜ່ຢູ່ ທີ່ເຮົາພຽງແຕ່ຖືເປັນຕາຍຕົວ ຄືກັບວ່າມັນເປັນກົດຕາມທຳມະຊາດ, ສິ່ງທີ່ມັນຄວນຈະເປັນ ແລະ ແນວຄວາມຄິດຫຼາຍອັນຂອງເຮົາ ກໍ່ໄດ້ຖືກສ້າງຂຶ້ນ ບໍ່ແມ່ນເພື່ອປະເຊີນໜ້າກັບສະຖານະການຂອງສັດຕະວັດນີ້ ແຕ່ເພື່ອຕໍ່ສູ້ກັບສະພາບການຂອງສັດຕະວັດກ່ອນ ແຕ່ຫົວຂອງເຮົາຊຳ້ພັດຍັງຖືກສະກົດຢູ່ກັບອັນເກົ່າ ແລະ ພວກເຮົາຕ້ອງປົດປ່ອຍຕົນເອງຈາກສິ່ງເຫຼົ່ານີ້ ບາດນີ້ ການເວົ້າມັນງ່າຍກວ່າການກະທຳ ອັນທີ່ຈິງ ເຮົາຮູ້ໄດ້ຍາກ ວ່າອັນໃດທີ່ເຮົາຖືເປັນຕາຍຕົວ ແລະ ເຫດຜົນກໍ່ແມ່ນຍ້ອນເຮົາຖືມັນເປັນຕາຍຕົວ
(Laughter)
ສະນັ້ນ ຂ້າພະເຈົ້າຈະຂໍຖາມພວກທ່ານກ່ຽວກັບບາງສິ່ງທີ່ພວກທ່ານຖືເປັນຕາຍຕົວ
Let me ask you something you may take for granted. How many of you here are over the age of 25? That's not what you take for granted, I'm sure you're familiar with that. Are there any people here under the age of 25? Great. Now, those over 25, could you put your hands up if you're wearing your wristwatch? Now that's a great deal of us, isn't it? Ask a room full of teenagers the same thing. Teenagers do not wear wristwatches. I don't mean they can't, they just often choose not to. And the reason is we were brought up in a pre-digital culture, those of us over 25. And so for us, if you want to know the time, you have to wear something to tell it. Kids now live in a world which is digitized, and the time, for them, is everywhere. They see no reason to do this. And by the way, you don't need either; it's just that you've always done it and you carry on doing it. My daughter never wears a watch, my daughter Kate, who's 20. She doesn't see the point. As she says, "It's a single-function device."
ມີຈັກທ່ານໃນທີ່ນີ້ທີ່ມີອາຍຸເກີນ 25 ປີ ບໍ່ແມ່ນອັນນີ້ດອກທີ່ຂ້າພະເຈົ້າຄິດວ່າພວກທ່ານຖືເປັນຕາຍຕົວ ຂ້າພະເຈົ້າແນ່ໃຈວ່າພວກທ່ານລຶ້ງເຄີຍກັບການມີອາຍຸຊຳ່ນີ້ດີ ມີໃຜໃນທີ່ນີ້ບໍ່ທີ່ອາຍຸຕຳ່ກວ່າ 25 ປີ ດີຫຼາຍ ບາດນີ້ ຜູ້ທີ່ມີອາຍຸເກີນ 25 ປີ ກະລຸນາຍົກມື້ຂຶ້ນ ຖ້າທ່ານໃສ່ໂມງຢູ່ແຂນ ເຫັນລະ ມີຈຳນວນຫຼາຍຄືກັນເນາະ ຖ້າຖາມຄຳຖາມນີ້ໃນຫ້ອງທີ່ມີຄົນອາຍຸຕຳ່ກວ່າ 20 ປີ ຄົນໄວໜຸ່ມບໍ່ໃສ່ໂມງແຂນ ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າເຂົາບໍ່ສາມາດໃສ່ໄດ້ ຫຼື ບໍ່ໄດ້ຮັບອະນຸຍາດໃຫ້ໃສ່ ສ່ວນຫຼາຍພວກເຂົາພຽງແຕ່ເລືອກທີ່ຈະບໍ່ໃສ່ ແລະ ເຫດຜົນແມ່ນ, ທ່ານເຫັນບໍ່, ວ່າພວກເຮົາຖືກລ້ຽງມາ ໃນຍຸກກ່ອນວັດທະນະທຳ ດິຈິຕອລ ພວກເຮົາທີ່ມີອາຍຸ 25 ປີ ຂຶ້ນໄປ ແລະສະນັ້ນ ສຳລັບພວກເຮົາ ຖ້າເຮົາຢາກຮູ້ເວລາ ເຮົາຕ້ອງໃສ່ອຸປະກອນບອກເວລາ ເດັນນ້ອຍດຽວນີ້ອາໄສຢູ່ໃນໂລກ ດິຈິຕອລ ແລະ ເວລາ ສຳລັບພວກເຂົາ ແມ່ນມີຢູ່ທຸກບ່ອນ ພວກເຂົາບໍ່ເຫັນເຫດຜົນໃນການໃສ່ໂມງຄືພວກເຮົາ ແລະ ໃນທາງດຽວກັນ ພວກເຮົາກໍ່ບໍ່ຈຳເປັນຕ້ອງໃສ່ເຊັ່ນດຽວກັນ ພຽງແຕ່ວ່າເຮົາຫາກເຄີຍໃສ່ແນວນີ້ ແລະ ເຮົາກໍ່ສືບຕໍ່ໃສ່ໄປ ລູກສາວຂອງຂ້າພະເຈົ້າບໍ່ເຄີຍໃສ່ໂມງເລີຍ ເຄດ ເຊິ່ງອາຍຸໄດ້ 20 ປີ ລາວບໍ່ເຫັນຄວາມໝາຍໃນການໃສ່ ຄືທີ່ລາວເວົ້າວ່າ “ມັນເປັນເຄື່ອງມືທີ່ເຮັດໄດ້ແຕ່ຢ່າງດຽວ“ (ຫົວ)
(Laughter)
“ເບິ່ງດຸ ມັນກະຈອກຂະໜາດໃດ”
"Like, how lame is that?" And I say, "No, no, it tells the date as well."
ແລະ ຂ້າພະເຈົ້າເວົ້າວ່າ “ບໍ່ແມ່ນໄດ໋ ມັນບອກວັນທີນຳອີກ”
(Laughter)
(ຫົວ)
"It has multiple functions."
“ມັນເຮັດໄດ້ຫຼາຍຢ່າງ”
(Laughter)
But, you see, there are things we're enthralled to in education. A couple of examples. One of them is the idea of linearity: that it starts here and you go through a track and if you do everything right, you will end up set for the rest of your life. Everybody who's spoken at TED has told us implicitly, or sometimes explicitly, a different story: that life is not linear; it's organic. We create our lives symbiotically as we explore our talents in relation to the circumstances they help to create for us. But, you know, we have become obsessed with this linear narrative. And probably the pinnacle for education is getting you to college. I think we are obsessed with getting people to college. Certain sorts of college. I don't mean you shouldn't go, but not everybody needs to go, or go now. Maybe they go later, not right away.
ແຕ່ທ່ານເຫັນບໍ ມັນມີສິ່ງທີ່ເຮົາຫຼົງໄຫຼຢູ່ໃນການສຶກສາ ໃຫ້ຂ້າພະເຈົ້າຍົກຕົວຢ່າງຈັກສອງອັນ ອັນໜຶ່ງແມ່ນແນວຄວາມຄິດແບບເສັ້ນຊື່ ທີ່ວ່າມັນເລີ່ມຕົ້ນຢູ່ນີ້ ແລະ ເຈົ້າກໍ່ໄປຕາມເສັ້ນທາງ ແລະ ຖ້າເຈົ້າເຮັດທຸກຢ່າງຖືກຕ້ອງ ເຈົ້າກໍ່ຈະໄດ້ ມີທຸກຢ່າງພ້ອມສຳລັບຊີວິດຂອງເຈົ້າ ທຸກຄົນທີ່ໄດ້ຂຶ້ນມາເວົ້າຢູ່ TED ໄດ້ບອກເຮົາທາງອ້ອມ, ຫຼື ບາງເທື່ອກໍ່ທາງກົງ, ອີກເລື່ອງໜຶ່ງ, ວ່າຊີວິດນັ້ນບໍ່ໄດ້ເປັນເສັ້ນຊື່, ມັນເປັນສິ່ງທີ່ປ່ຽນແປງ. ເຮົາສ້າງຊິວິດຂອງເຮົາໃນທາງພົວພັນແລກປ່ຽນ ໃນຂະນະທີ່ເຮົາຊອກຄົ້ນຫາຄວາມສາມາດພິເສດ ທີ່ສາມາດຊ່ວຍສ້າງໂອກາດໃຫ້ເຮົາ. ແຕ່ທ່ານຮູ້ບໍ່ ພວກເຮົາໄດ້ກາຍມາຖືກຄອບງຳ ໂດຍເລື່ອງລາວແນວເສັ້ນຊື່ນີ້. ບາງເທື່ອຈຸດສຸດຍອດຂອງການສຶກສາ ແມ່ນການເຂົ້າມະຫາວິທະຍາໄລ. ຂ້າພະເຈົ້າຄິດວ່າພວກເຮົາຫຼົງໄຫຼໄປກັບການເອົາຄົນເຂົ້າມະຫາວິທະຍາໄລ, ມະຫາວິທະຍາໄລບາງປະເພດ. ຂ້າພະເຈົ້າບໍ່ໄດ້ໝາຍວ່າເຮົາບໍ່ຄວນເຂົ້າມະຫາ, ແຕ່ບໍ່ແມ່ນໝົດທຸກຄົນຊິຕ້ອງເຂົ້າ, ບໍ່ແມ່ນທຸກຄົນຊິຕ້ອງເຂົ້າດຽວນີ້. ບາງເທື່ອເຂົາອາດຈະເຂົ້າມື້ໜ້າ, ບໍ່ແມ່ນທັນທີ.
And I was up in San Francisco a while ago doing a book signing. There was this guy buying a book, he was in his 30s. I said, "What do you do?" And he said, "I'm a fireman." I asked, "How long have you been a fireman?" "Always. I've always been a fireman." "Well, when did you decide?" He said, "As a kid. Actually, it was a problem for me at school, because at school, everybody wanted to be a fireman."
ຂ້າພະເຈົ້າໄດ້ໄປ ເມືອງຊານຟຣານຊິສໂກ ຫວ່າງມໍ່ໆນີ້ ເພື່ອເຊັນປື້ມ. ມີຊາຍຜູ້ໜຶ່ງກຳລັງຊື້ປື້ມ, ຄືຊິແມ່ນອາຍຸປະມານ 30 ປີ. ຂ້າພະເຈົ້າຖາມວ່າ, “ເຈົ້າເຮັດຫຍັງ?” ລາວບອກວ່າ, “ຂ້ອຍເປັນຄົນດັບເພີງ.” ຂ້າພະເຈົ້າຖາມຕໍ່ວ່າ, “ເຈົ້າເປັນຄົນດັບເພີງໄດ້ດົນປານໃດແລ້ວ?” ລາວບອກວ່າ, “ເປັນມາຕະຫຼອດ, ຂ້ອຍເປັນຄົນດັບເພີງແຕ່ໃດມາ.” ແລະ ຂ້າພະເຈົ້າຖາມອີກວ່າ, “ຄັນຊັ້ນ, ເຈົ້າໄດ້ຕັດສິນໃຈຕອນໃດ?” ລາວບອກວ່າ, “ຕັ້ງແຕ່ຕອນເປັນເດັກນ້ອຍ.” “ຄວາມຈິງແລ້ວ, ມັນເຄີຍເປັນບັນຫາສຳລັບຂ້ອຍຢູ່ໂຮງຮຽນ, ເພາະວ່າຢູ່ໂຮງຮຽນ ໝົດທຸກຄົນຢາກເປັນຄົນດັບເພີງ.”
(Laughter)
“ແຕ່ຂ້ອຍກໍ່ຢາກເປັນຄົນດັບເພີງ.”
He said, "But I wanted to be a fireman." And he said, "When I got to the senior year of school, my teachers didn't take it seriously. This one teacher didn't take it seriously. He said I was throwing my life away if that's all I chose to do with it; that I should go to college, I should become a professional person, that I had great potential and I was wasting my talent to do that." He said, "It was humiliating. It was in front of the whole class and I felt dreadful. But it's what I wanted, and as soon as I left school, I applied to the fire service and I was accepted. You know, I was thinking about that guy recently, just a few minutes ago when you were speaking, about this teacher, because six months ago, I saved his life."
“ໃນຕອນທີ່ຂ້ອຍຮອດປີສຸດທ້າຍຂອງຊັ້ນມັດທະຍົມ, ຄູຂອງຂ້ອຍບໍ່ໄດ້ຖືເລື່ອງນີ້ຈິງຈັງ. ຄູຜູ້ໜຶ່ງບໍ່ໄດ້ຖືກຂ້ອຍຈິງຈັງ. ລາວເວົ້າວ່າຂ້ອຍກຳລັງຊິຖິ້ມຊີວິດຂອງຂ້ອຍໄປ ຖ້າວ່າຂ້ອຍເລືອກທີ່ຈະເຮັດແຕ່ເທົ່ານັ້ນ, ບອກວ່າຂ້ອຍຄວນເຂົ້າມະຫາ, ຂ້ອຍຄວນເປັນມືອາຊີບ, ວ່າຂ້ອຍມີສັກກະຍາພາບ, ແລະ ຂ້ອຍກຳລັງຖິ້ມຄວາມສາມາດພິເສດຂອງຂ້ອຍໄປ.” “ມັນເປັນຕາອົດສູ ເພາະວ່າ ລາວເວົ້າແນວນີ້ຕໍ່ໜ້າຄົນໝົດຫ້ອງ, ຂ້ອຍຮູ້ສຶກບໍ່ດີເລີຍ. ແຕ່ມັນເປັນສິ່ງທີ່ຂ້ອຍຕ້ອງການ, ແລະ ທັນທີທີ່ຂ້ອຍຮຽນຈົບ, ຂ້ອຍສະໝັກເຂົ້າສູນບໍລິການດັບເພີງ ແລະ ເພິ່ນກໍ່ຮັບຂ້ອຍ.” “ເຈ້ົາຮູ້ບໍ່, ຂ້ອຍຄິດກ່ຽວກັບຄູຜູ້ນັ້ນຢູ່ຫວ່າງມໍ່ໆນີ້, ຫວ່າງກີ້ນີ້ທີ່ເຈົ້າເວົ້າກ່ຽວກັບຄູ,” “ເພາະວ່າຫົກເດືອນກ່ອນ,
(Laughter)
ຂ້ອຍໄດ້ຮັກສາຊີວິດຂອງລາວໄວ້.” (ຫົວ)
He said, "He was in a car wreck, and I pulled him out, gave him CPR, and I saved his wife's life as well." He said, "I think he thinks better of me now."
ລາວວ່າ, “ລາວຄາຢູ່ໃນລົດທີ່ຂວຳ້, ແລະ ຂ້ອຍດຶງເອົາລາວອອກມາ, ແລະ ປຳ້ຫົວໃຈໃຫ້ລາວ, ແລະ ຂ້ອຍກໍ່ໄດ້ຮັກສາຊິວິດເມຍລາວຄືກັນ.” “ຂ້ອຍຄິດວ່າລາວຄືຊິຄິດກັບຂ້ອຍດີກວ່າເກົ່າແລ້ວດຽວນີ້.”
(Laughter)
(ຫົວ)
(Applause)
(ຕົບມື)
You know, to me, human communities depend upon a diversity of talent, not a singular conception of ability. And at the heart of our challenges --
ທ່ານຮູ້ບໍ່, ສຳລັບຂ້າພະເຈົ້າແລ້ວ, ສັງຄົມຄົນແມ່ນຂຶ້ນກັບ ຄວາມຫຼາກຫຼາຍທາງດ້ານທັກສະ, ບໍ່ແມ່ນແນວຄວາມຄິດແບບດຽວກ່ຽວກັບຄວາມສາມາດ.
(Applause)
ແລະ ໃນໃຈກາງຂອງສິ່ງທີ່ທ້າທາຍເຮົາ - (ຕົບມື)
At the heart of the challenge is to reconstitute our sense of ability and of intelligence. This linearity thing is a problem.
ໃນໃຈກາງຂອງສິ່ງທີ່ທ້າທາຍເຮົາ ແມ່ນການສ້າງຄວາມເຂົ້າໃຈຂອງເຮົາກ່ຽວກັບຄວາມສາມາດຄືນໃໝ່ ແລະ ກ່ຽວກັບຄວາມສະຫຼາດ. ສິ່ງທີ່ເປັນເສັ້ນຊື່ນີ້ແມ່ນບັນຫາ.
When I arrived in L.A. about nine years ago, I came across a policy statement -- very well-intentioned -- which said, "College begins in kindergarten." No, it doesn't.
ໃນຕອນທີ່ຂ້າພະເຈົ້າມາຮອດ ລອສແອງເຈລິສ ປະມານເກົ້າປີກ່ອນ, ຂ້ອຍໄດ້ພໍ້ກັບບົດຄວາມນະໂຍບາຍອັນໜຶ່ງ, ທີ່ມີເຈດຕະນາທີ່ດີ, ເຊິ່ງເວົ້າວ່າ, “ມະຫາວິທະຍາໄລ ເລີ່ມທີ່ ຊັ້ນອານຸບານ.” ບໍ່ໜາ.
(Laughter)
(ຫົວ)
It doesn't. If we had time, I could go into this, but we don't.
ມັນບໍ່ແມ່ນ. ຄັນເຮົາມີເວລາ, ຂ້າພະເຈົ້າຊິລົງເລິກໄປກວ່ານີ້, ແຕ່ເຮົາບໍ່ມີ.
(Laughter)
(ຫົວ)
Kindergarten begins in kindergarten.
ອານຸບານ ເລີ່ມທີ່ ອານຸບານ.
(Laughter)
(ຫົວ)
A friend of mine once said, "A three year-old is not half a six year-old."
ໝູ່ຂອງຂ້າພະເຈົ້າຜູ້ໜຶ່ງເຄີຍເວົ້າວ່າ, “ເຈົ້າຮູ້ບໍ່, ເດັກນ້ອຍສາມປີ ບໍ່ແມ່ນເຄິ່ງໜຶ່ງຂອງເດັກຫົກປີ.”
(Laughter)
(ຫົວ)
(Applause)
(ຕົບມື)
They're three.
ເຂົາເປັນເດັກສາມຂວບ.
But as we just heard in this last session, there's such competition now to get into kindergarten -- to get to the right kindergarten -- that people are being interviewed for it at three. Kids sitting in front of unimpressed panels, you know, with their resumes --
ແຕ່ຄືທີ່ພວກເຮົາໄດ້ຍິນໃນບົດສະເໜີກ່ອນໜ້ານີ້, ວ່າມີການແຂ່ງຂັນກັນເຂົ້າອານຸບານດຽວນີ້, ເພື່ອເຂົ້າໂຮງຮຽນອານຸບານທີ່ມີຊື່ສຽງ, ຈົນວ່າຕ້ອງໄດ້ສຳພາດກັນ ຕັ້ງແຕ່ຕອນສາມປີ. ເດັກນ້ອຍນັ່ງຕໍ່ໜ້າຄະນະສຳພາດ, ທ່ານຄິດອອກບໍ່, ນັ່ງຢູ່ຫັ້ນພ້ອມກັບຮ່າງປະຫວັດຫຍໍ້
(Laughter)
(ຫົວ)
Flicking through and saying, "What, this is it?"
ເປີດໜ້າເຈ້ຍໄປມາ ແລ້ວເວົ້າວ່າ, “ອັນນີ້ແມ່ນຫຍັງ?”
(Laughter)
(ຫົວ)
(Applause)
(ຕົບມື)
"You've been around for 36 months, and this is it?"
“ເຈົ້າເກີດມາໄດ້ຕັ້ງ 36 ເດືອນແລ້ວ, ແຕ່ເຮັດໄດ້ທໍ່ນີ້ຫວາ?”
(Laughter)
(ຫົວ)
"You've achieved nothing -- commit.
“ເຈົ້າຍັງບໍ່ໄດ້ເຮັດຫຍັງສຳເລັດເລີຍ.
(Laughter)
ຫົກເດືອນທຳອິດກິນແຕ່ນົມແມ່, ຕາມທີ່ຂ້ອຍເຫັນ.”
Spent the first six months breastfeeding, I can see."
(ຫົວ)
(Laughter)
See, it's outrageous as a conception.
ເຫັນບໍ່, ມັນເປັນແນວຄວາມຄິດທີ່ຮະຮາມຊຳ່ໃດ, ແຕ່ມັນກໍ່ຍັງດຶງດູດຄົນ.
The other big issue is conformity. We have built our education systems on the model of fast food. This is something Jamie Oliver talked about the other day. There are two models of quality assurance in catering. One is fast food, where everything is standardized. The other is like Zagat and Michelin restaurants, where everything is not standardized, they're customized to local circumstances. And we have sold ourselves into a fast-food model of education, and it's impoverishing our spirit and our energies as much as fast food is depleting our physical bodies.
ບັນຫາອັນໜຶ່ງອີກແມ່ນການຄ້ອຍຕາມກັນ. ພວກເຮົາໄດ້ສ້າງລະບົບການສຶກສາຂອງເຮົາ ຕາມໂຄງຮ່າງອາຫານສຳເລັດຮູບ. ອັນນີ້ແມ່ນສິ່ງໜຶ່ງທີ່ Jamie Oliver ໄດ້ຍົກຂຶ້ນມາເວົ້າໃນມື້ກ່ອນ. ທ່ານຮູ້ບໍ່ວ່າມີໂຄງຮ່າງສອງຢ່າງທີ່ກ່ຽວກັບການຮັກສາຄຸນນະພາບດ້ານການບໍລິໂພກ. ອັນໜຶ່ງແມ່ນ ອາຫານສຳເລັດຮູບ ເຊິ່ງທຸກສິ່ງຢ່າງແມ່ນເປັນໄປແບບຕາຍຕົວ. ອີກອັນໜຶ່ງແມ່ນຄືກັບຮ້ານອາຫານຂອງ Zagat ແລະ Michelin, ທີ່ທຸກສິ່ງຢ່າງບໍ່ຕ້ອງໄປຕາມມາດຖານຕາຍຕົວ, ທຸກອັນແມ່ນປັບປ່ຽນໄປຕາມສະພາບຕົວຈິງຂອງທ້ອງຖິ່ນ. ແລະ ພວກເຮົາກໍ່ໄດ້ຈ່າວໃຫ້ຕົວເອງ ໂຄງຮ່າງການສຶກສາແບບອາຫານສຳເລັດຮູບ. ແລະ ມັນກໍ່ກຳລັງດູດດຶງເອົາ ຈິດໃຈ ແລະ ພະລັງງານ ຂອງເຮົາ ຄືກັນກັບອາຫານສຳເລັດຮູບທີ່ເຮັດໃຫ້ຮ່າງກາຍເຮົາເສຍທາດໄປ.
(Applause)
(ຕົບມື)
We have to recognize a couple of things here. One is that human talent is tremendously diverse. People have very different aptitudes. I worked out recently that I was given a guitar as a kid at about the same time that Eric Clapton got his first guitar.
ຂ້າພະເຈົ້າຄິດວ່າເຮົາຕ້ອງຍອມຮັບສອງຢ່າງໃນທີ່ນີ້. ໜຶ່ງແມ່ນວ່າຄວາມສາມາດພິເສດຂອງຄົນນັ້ນມີຄວາມຫຼາກຫຼາຍທີ່ສຸດ. ຄົນເຮົາມີໄຫວພິບທີ່ຕ່າງກັນ. ຂ້າພະເຈົ້າໄດ້ຄິດອອກຫວ່າງມໍ່ໆນີ້ວ່າ ຂ້າພະເຈົ້າໄດ້ກີຕ້າອັນໜຶ່ງຕອນຍັງນ້ອຍ
(Laughter)
ໃນຊ່ວງດຽວກັນກັບທີ່ Eric Clapton ໄດ້ຮັບກີຕ້າອັນທຳອິດ.
It worked out for Eric, that's all I'm saying.
ທ່ານກໍ່ຮູ້, Eric ລາວເຮັດໄດ້ດີ, ຂ້າພະເຈົ້າຢາກເວົ້າທໍ່ຫັ້ນລະ.
(Laughter)
(ຫົວ)
In a way -- it did not for me. I could not get this thing to work no matter how often or how hard I blew into it. It just wouldn't work.
ໃນທາງທີ່ ຂ້າພະເຈົ້າເຮັດໄດ້ດີບໍ່ເທົ່າ. ຂ້າພະເຈົ້າບໍ່ສາມາດເຮັດໃຫ້ມັນເປັນເພງ ບໍ່ວ່າຈະພະຍາຍາມເປົ່າມັນ ເລື້ອຍ ແລະ ໜັກ ປານໃດ. ມັນກໍ່ຍັງບໍ່ເປັນເພງ.
(Laughter)
But it's not only about that. It's about passion. Often, people are good at things they don't really care for. It's about passion, and what excites our spirit and our energy. And if you're doing the thing that you love to do, that you're good at, time takes a different course entirely. My wife's just finished writing a novel, and I think it's a great book, but she disappears for hours on end. You know this, if you're doing something you love, an hour feels like five minutes. If you're doing something that doesn't resonate with your spirit, five minutes feels like an hour. And the reason so many people are opting out of education is because it doesn't feed their spirit, it doesn't feed their energy or their passion.
ແຕ່ມັນບໍ່ພຽງແຕ່ກ່ຽວກັບສິ່ງນີ້. ມັນຍັງກ່ຽວກັບອາລົມຄວາມມັກ. ຫຼາຍຄັ້ງທີ່ຄົນເຮົາເຮັດໃນສິ່ງຕົນບໍ່ສົນໃຈໄດ້ດີ. ມັນກ່ຽວກັບອາລົມຄວາມມັກ, ແລະ ສິ່ງທີ່ກະຕຸ້ນ ວິນຍານ ແລະ ພະລັງ ຂອງເຮົາ. ແລະ ຖ້າທ່ານເຮັດໃນສິ່ງທີ່ທ່ານຮັກທີ່ຈະເຮັດ, ທີ່ທ່ານເຮັດໄດ້ດີ, ເວລາຈະເດີນໄປໃນລັກສະນະທີ່ຕ່າງໄປໂດຍສິ້ນເຊີງ. ເມຍຂອງຂ້າພະເຈົ້າຫາກໍ່ສຳເລັດການຂຽນນິຍາຍ, ແລະ ຂ້າພະເຈົ້າຄິດວ່າມັນເປັນປື້ມທີ່ດີ, ແຕ່ລາວຫາຍຕົວໄປຫຼາຍຊົ່ວໂມງ. ທ່ານກໍ່ຮູ້ສິ່ງນີ້, ຖ້າທ່ານກຳລັງເຮັດໃນສິ່ງທີ່ທ່ານຮັກ, ເວລາຊົ່ວໂມງໜຶ່ງ ຮູ້ສຶກຄື ຫ້ານາທີ. ຖ້າທ່ານກຳລັງເຮັດໃນສິ່ງທີ່ບໍ່ສະທ້ອນກັບວິນຍານຂອງທ່ານ, ຫ້ານາທີ ກໍ່ຮູ້ສຶກຄືເປັນຊົ່ວໂມງ. ແລະ ເຫດຜົນທີ່ຫຼາຍຄົນເລືອກທີ່ຈະອອກໂຮງຮຽນ ແມ່ນຍ້ອນມັນບໍ່ຈຸນເຈືອວິນຍານເຂົາ, ມັນບໍ່ຈຸນເຈືອ ພະລັງ ຫຼື ອາລົມມັກ ຂອງເຂົາ.
So I think we have to change metaphors. We have to go from what is essentially an industrial model of education, a manufacturing model, which is based on linearity and conformity and batching people. We have to move to a model that is based more on principles of agriculture. We have to recognize that human flourishing is not a mechanical process; it's an organic process. And you cannot predict the outcome of human development. All you can do, like a farmer, is create the conditions under which they will begin to flourish.
ສະນັ້ນ ຂ້າພະເຈົ້າຄິດວ່າພວກເຮົາຕ້ອງປ່ຽນຄຳປຽບທຽບ. ພວກເຮົາຕ້ອງແຍກຈາກ ໂຄງຮ່າງການສຶກສາທີ່ເປັນແບບອຸດສາຫະກຳ, ແບບການຜະລິດ, ເຊິ່ງຢືນຢູ່ບົນເສັ້ນຊື່ ແລະ ການຄ້ອຍຕາມ ແລະ ຜະລິດຄົນເປັນໝວດໝູ່. ພວກເຮົາຕ້ອງປ່ຽນມາຫາໂຄງຮ່າງ ທີ່ຢືນຢູ່ບົນຫຼັກການດ້ານກະສິກຳ. ພວກເຮົາຕ້ອງເຂົ້າໃຈວ່າການເຕີບໃຫຍ່ຂອງຄົນ ບໍ່ແມ່ນຂະບວນການເຄື່ອງຈັກ, ມັນແມ່ນການປ່ຽນແປງທາງຊີວະ. ແລະ ທ່ານບໍ່ສາມາດຄາດເດົາຜົນໄດ້ຮັບຂອງການພັດທະນາຊັບພະຍາກອນມະນຸດ; ສິ່ງທີ່ທ່ານເຮັດໄດ້, ຄືກັບຊາວກະສິກອນ, ແມ່ນສ້າງເງື່ອນໄຂທີ່ ພວກເຂົາຈະເລີ່ມຈະເລີນເຕີມໂຕ.
So when we look at reforming education and transforming it, it isn't like cloning a system. There are great ones, like KIPP's; it's a great system. There are many great models. It's about customizing to your circumstances and personalizing education to the people you're actually teaching. And doing that, I think, is the answer to the future because it's not about scaling a new solution; it's about creating a movement in education in which people develop their own solutions, but with external support based on a personalized curriculum.
ສະນັ້ນ ເມື່ອພວກເຮົາເບິ່ງການປະຕິຮູບການສຶກສາ ແລະ ປ່ຽນຮູບມັນ, ມັນບໍ່ແມ່ນຄືກັບການສ້າງຮູບແບບສຳຮອງ. ມີລະບົບທີ່ດີເດັ່ນ ຄືກັບ KIPP. ມີໂຄງຮ່າງທີ່ດີເດັ່ນຫຼາຍອັນ. ມັນກ່ຽວກັບການປັບແຕ່ງໃຫ້ເຂົ້າກັບສະພາບຂອງທ່ານ, ແລະ ປັບແຕ່ງການສຶກສາ ໃຫ້ເຂົ້າກັບຄົນທີ່ທ່ານສອນ. ແລະ ການເຮັດແນວນັ້ນ, ຂ້າພະເຈົ້າຄິດວ່າ ແມ່ນຄຳຕອບສຳລັບອະນາຄົດ ຍ້ອນວ່າມັນບໍ່ແມ່ນກ່ຽວກັບການຂະຫຍາຍທາງອອກ; ແຕ່ຫາກແມ່ນການສ້າງການເຄື່ອນໄຫວໃນການສຶກສາ ທີ່ຄົນສາມາດພັດທະນາທາງອອກຂອງເຂົາເອງ, ພ້ອມກັບການຊ່ວຍເຫຼືອຈາກພາຍນອກ ທີ່ຢືນຢູ່ບົນຫຼັກສູດທີ່ປັບແຕ່ງໄດ້.
Now in this room, there are people who represent extraordinary resources in business, in multimedia, in the Internet. These technologies, combined with the extraordinary talents of teachers, provide an opportunity to revolutionize education. And I urge you to get involved in it because it's vital, not just to ourselves, but to the future of our children. But we have to change from the industrial model to an agricultural model, where each school can be flourishing tomorrow. That's where children experience life. Or at home, if that's what they choose, to be educated with their families or friends.
ດຽວນີ້, ໃນຫ້ອງນີ້, ມີຄົນທີ່ເປັນຕົວແທນ ໃຫ້ກັບຊັບພະຍາກອນອັນມະຫາສານ ດ້ານທຸລະກິດ, ດ້ານສື່, ດ້ານອິນເຕີເນັດ, ເຕັກໂນໂລຢີເຫຼົ່ານີ້, ບວດກັບຄວາມສາມາດພິເສດອັນມະຫາສານຂອງຄູ, ສາມາດໃຫ້ໂອກາດໃນການປະຕິວັດການສຶກສາ. ແລະ ຂ້າພະເຈົ້າຮຽກຮ້ອງໃຫ້ທ່ານເຂົ້າມີສ່ວນຮ່ວມ ເພາະວ່າມັນສຳຄັນ, ບໍ່ແມ່ນແຕ່ສະເພາະຕໍ່ເຮົາເອງ, ແຕ່ສຳລັບອະນາຄົດລູກຫຼານຂອງເຮົາ. ແຕ່ເຮົາຕ້ອງປ່ຽນຈາກໂຄງຮ່າງອຸດສາຫະກຳ ມາເປັນໂຄງຮ່າງກະສິກຳ, ທີ່ໂຮງຮຽນແຕ່ລະບ່ອນສາມາດຈະເລີນເຕີບໂຕໃນມື້ອື່ນ. ບ່ອນນັ້ນແມ່ນສະຖານທີ່ທີ່ເດັກໄດ້ມີປະສົບການຊີວິດ. ຫຼື ຢູ່ເຮືອນ, ຖ້ານັ້ນແມ່ນທາງທີ່ເຂົາເລືອກທີ່ຈະຮຽນ ພ້ອມກັບ ຄອບຄົວ ແລະ ໝູ່ເພື່ອນ.
There's been a lot of talk about dreams over the course of these few days. And I wanted to just very quickly -- I was very struck by Natalie Merchant's songs last night, recovering old poems. I wanted to read you a quick, very short poem from W. B. Yeats, who some of you may know. He wrote this to his love, Maud Gonne, and he was bewailing the fact that he couldn't really give her what he thought she wanted from him. And he says, "I've got something else, but it may not be for you."
ໄດ້ມີການເວົ້າກ່ຽວກັບຄວາມຝັນກັນຫຼາຍ ໃນໄລຍະສາມສີ່ວັນຜ່ານມາ. ແລະ ຂ້າພະເຈົ້າຂໍເວົ້າສັ້ນໆ - ຂ້າພະເຈົ້າປະທັບໃຈກັບເພງຂອງ Natalie Merchant ມື້ຄືນນີ້, ທີ່ໄດ້ມາຈາກບົດກອນເກົ່າ. ຂ້າພະເຈົ້າຢາກອ່ານໃຫ້ທ່ານຟັງບຸດໜຶ່ງ, ເປັນກອນທີ່ສັ້ນໆດອກ ໂດຍ W.B. Yeast, ເຊິ່ງບາງທ່ານອາດຈະຮູ້ລາວ. ລາວໄດ້ຂຽນກອນນີ້ໃຫ້ກັບຄົນຮັກຂອງລາວ, ຊື່ Maud Gonne, ແລະ ລາວກຳລັງຄຳ່ຄວນກ່ຽວກັບວ່າ ລາວບໍ່ສາມາດໃຫ້ໃນສິ່ງທີ່ລາວຄິດວ່ານາງຕ້ອງການຈາກລາວໄດ້. ແລະ ລາວເວົ້າວ່າ, “ຂ້ອຍມີຢ່າງອື່ນ, ແຕ່ມັນອາດຈະບໍ່ເໝາະສຳລັບເຈົ້າ.”
He says this: "Had I the heavens' embroidered cloths, Enwrought with gold and silver light, The blue and the dim and the dark cloths Of night and light and the half-light, I would spread the cloths under your feet: But I, being poor, have only my dreams; I have spread my dreams under your feet; Tread softly because you tread on my dreams." And every day, everywhere, our children spread their dreams beneath our feet. And we should tread softly.
ລາວເວົ້າສິ່ງນີ້: “ຖ້າຂ້ອຍມີເສື້ອຜ້າທີ່ຖໍຢູ່ສະຫວັນ, ຕຳ່ດ້ວຍໄໝຄຳ, ແລະ ແສງເງິນ, ສີຟ້າ ແລະ ສີມົວ ແລະ ສີມືດຂອງຜືນຜ້າ ຂອງຍາມກາງຄືນ ແລະ ຂອງແສງ ແລະ ເຄິ່ງແສງ, ຂ້ອຍຈະປູຜ້ານີ້ຢູ່ປາຍຕີນເຈົ້າ; ແຕ່ຂ້ອຍຄົນທຸກ, ມີແຕ່ຄວາມຝັນ; ຂ້ອຍໄດ້ປູຄວາມຝັນຂອງຂ້ອຍຢູ່ປາຍຕີນເຈົ້າ; ຈົ່ງຍ່າງດ້ວຍຄວາມລະວັງ ເພາະເຈົ້າກຳລັງຍ່າງຢູ່ເທິງຄວາມຝັນຂອງຂ້ອຍ.” ແລະ ທຸກໆມື້, ທຸກໆບ່ອນ, ລູກຫຼານຂອງເຮົາປູຄວາມຝັນຂອງເຂົາຢູ່ປາຍຕີນເຮົາ. ພວກເຮົາຄວນຍ່າງດ້ວຍຄວາມລະວັງ.
Thank you.
ຂໍຂອບໃຈ.
(Applause)
(ຕົບມື)
Thank you very much.
(Applause)
Thank you.
(Applause)